ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

AutoCAD ແມ່ນຫຍັງ?

 

1.     ຄວາມໝາຍ ແລະ ຄວາມສຳຄັນຂອງ Program AutoCAD 2007

     Progam AutoCAD 2007 ເປັນ Program Software ທີ່ຊ່ວຍໃນການອອກແບບທາງດ້ານຄອມພິວເຕີ (Computer Aided Drafting/Design CAD) ທີ່ສາມາດຮອງຮັບການທໍາງານໃນແບບ 2D ແລະ 3D ບໍລິສັດຜູ້ພັດທະນາຄື (Autodesk, Inc) ປະເທດສະຫະລັດອາເມລິກາ. ໃນປັດຈຸບັນນີ້ເຖິງວ່າໂປຼແກຼມທີ່ໃຊ້ໃນການອອກແບບມີຫຼາຍປະເພດ, ມີຫຼາຍໂປຼແກຼມ ແຕ່ໃນງານການອອກແບບທາາງດ້ານວິສະວະກຳ, ງານສະຖາປັດຕະຍະກຳ, ໂຄງການອຸດສາຫະກຳຕ່າງໆຂອງໜ່ວຍງານລັດຖະບານ ຫຼື ເອກະຊົນໃນທົ່ວໂລກສ່ວນໃຫຍ່ຈະນິຍົມໃຊ້ Progam AutoCAD ເນື່ອງຈາກເປັນໂປຼແກຼມທີ່ມີຂີດຄວາມສາມາດສູງ ໃນການສ້າງແບບຈຳລອງໄດ້ດີ ຊ່ວຍໃຫ້ນັກອອກແບບສາມາດກຳໜົດທິດທາງ, ປ່ຽນມູມມອງໄດ້ຕາມຕ້ອງການ ດ້ວຍຄຳສັ່ງທີ່ມີປະສິດທິພາບ ແລະ ມີຄວາມແນ່ນອນສູງ ຊ່ວຍໃຫ້ນັກອອກແບບປະຢັດເວລາ, ປະຢັດຄ່າໃຊ້ຈ່າຍໄດ້ດີ