ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

ຄູ່ມືການຮຽນ Basic AutoCAD 2007

Basic AutoCAD 2007

1.     ຄວາມໝາຍ ແລະ ຄວາມສຳຄັນຂອງ Program AutoCAD 2007

     Progam AutoCAD 2007 ເປັນ Program Software ທີ່ຊ່ວຍໃນການອອກແບບທາງດ້ານຄອມພິວເຕີ (Computer Aided Drafting/Design CAD) ທີ່ສາມາດຮອງຮັບການທໍາງານໃນແບບ 2D ແລະ 3D ບໍລິສັດຜູ້ພັດທະນາຄື (Autodesk, Inc) ປະເທດສະຫະລັດອາເມລິກາ. ໃນປັດຈຸບັນນີ້ເຖິງວ່າໂປຼແກຼມທີ່ໃຊ້ໃນການອອກແບບມີຫຼາຍປະເພດ, ມີຫຼາຍໂປຼແກຼມ ແຕ່ໃນງານການອອກແບບທາາງດ້ານວິສະວະກຳ, ງານສະຖາປັດຕະຍະກຳ, ໂຄງການອຸດສາຫະກຳຕ່າງໆຂອງໜ່ວຍງານລັດຖະບານ ຫຼື ເອກະຊົນໃນທົ່ວໂລກສ່ວນໃຫຍ່ຈະນິຍົມໃຊ້ Progam AutoCAD ເນື່ອງຈາກເປັນໂປຼແກຼມທີ່ມີຂີດຄວາມສາມາດສູງ ໃນການສ້າງແບບຈຳລອງໄດ້ດີ ຊ່ວຍໃຫ້ນັກອອກແບບສາມາດກຳໜົດທິດທາງ, ປ່ຽນມູມມອງໄດ້ຕາມຕ້ອງການ ດ້ວຍຄຳສັ່ງທີ່ມີປະສິດທິພາບ ແລະ ມີຄວາມແນ່ນອນສູງ ຊ່ວຍໃຫ້ນັກອອກແບບປະຢັດເວລາ, ປະຢັດຄ່າໃຊ້ຈ່າຍໄດ້ດີ

2.     ການເຂົ້າສູ່ Program AutoCAD 2007

ວິທີທີ່ 1:  ຄິກທີ່ປຸ່ມ Start ແລ້ວເລື່ອນເມົາໄປຫາ All Program ເລື່ອນໄປຫາ Autodesk ເລື່ອນໄປຫາ Folder AutoCAD 2007 ແລ້ວຄິກໃສ່ AutoCAD 2007

ວິທີທີ່ 2:  Double Click ໃສ່ Program AutoCAD 2007 ທີ່ຢູ່ໜ້າຈໍ Desktop Computer

3.            ການຕັ້ງຄ່າ Program AutoCAD 2007 ກ່ອນແຕ້ມ

3.1 ການຕັ້ງຄ່າຫົວໜ່ວຍ Units

        ກ່ອນຈະແຕ້ມແບບໃດໜຶ່ງ ເຮົາຕ້ອງໄດ້ກຳໜົດຫົວໜ່ວຍ Units ໃຫ້ເໝາະສົມກັບແບບທີ່ເຮົາຈະແຕ້ມ ເພື່ອສະດວກໃນການວັດແທກຂະໜາດໄລຍະຫ່າງ, ຄວາມຍາວ, ມູມຕ່າງໆຂອງແບບແຕ້ມໃຫ້ຖຶກຕ້ອງ ແລະ ໃຫ້ມາດຕາສ່ວນມີຄວາມເໝາະສົມພໍດີ.

ວິທີຕັ້ງຄ່າ:

1)   ໄປທີ່ Format

2)   ເລື່ອນເມົາໄປຫາ Units

3)   ໃນໝວດ Lengthh Type ໃຫ້ເລືອກ Decimal Precision ໃຫ້ເລືອກເປັນ 0.0

4)   ໃນໝວດ AngleType ໃຫ້ເລືອກ Decimal Degrees ໃຫ້ເລືອກເປັນ 0.0

5)   ໃນໝວດ Insertion Scale ໃຫ້ເລືອກ Millimeters ຫຼື ເລືອກຕາມຄວາມຕ້ອງການ

6)   ກົດ OK

3.2 ການຕັ້ງຄ່າ Layer

      ການສ້າງ Layer ແມ່ນມີຄວາມສຳຄັນຫຼາຍ ເພາະແບບທີ່ເຮົາແຕ້ມນັ້ນອາດມີເສັ້ນຫຼາຍຂະໜາດ, ມີຫຼາຍສີ ທີ່ແຕກຕ່າງກັນ ຫຼື ຄ້າຍຄືກັນ ເມື່ອເຮົາແຕ້ມໄປຫຼາຍໆເສັ້ນເຮັດໃຫ້ມາຄວາມສັບສົນ ເນື່ອງຈາກວ່າເສັ້ນໄຂ່ວກັນ​, ຕັດກັນໄປມາ ດັ່ງນັ້ນເຮົາຈຶ່ງສ້າງ Layer ຕັ້ງຄ່າ Layer ຂື້ນມາ ເຊິ່ງໃນ Layer ເຮົາສາມາ ປິດຕາ-ເປີດຕາ ເພື່ອໃຫ້ເສັ້ນສະແດງ ຫຼື ບໍ່ສະແດງກໍ່ໄດ້ ຈະຊ່ວຍໃຫ້ເຮົາແຕ້ມແບໄວຂື້ນ, ສະດວກຂື້ນ.

ວິທີຕັ້ງຄ່າ:

1)   ໄປທີ່ Format

2)   ເລື່ອນເມົາໄປຫາ Layer

3)   ຄິກຂວາ ແລ້ວສ້າງ New Layer ຂື້ນມາໃໝ່

4)   ປ່ຽນຊື່ Layer ຕາມຕ້ອງການ

5)   ຕັ້ງຄ່າສີຂອງ Layer ຕາມຕ້ອງການ

6)   ເລືອກເສັ້ນຂອງ Layer ຕາມຕ້ອງການ

7)   ເລືອກຄວາມໜາຂອງເສັ້ນຕາມຕ້ອງການ

8)   ກົດ OK


3.3 ການຕັ້ງຄ່າເສັ້ນວັດແທກຂະໜາດ Dimension Style

        ແມ່ນການຕັ້ງຄ່າຂະໜາດຂອງເສັ້ນວັດແທກຂະໜາດ ແລະ ຕົວເລກທີ່ບອກຂະໜາດໃຫ້ຄວາມເຫມາະສົມກັບແບບໃນເວລາສັ່ງພິມຮູບທີ່ແຕ້ມໃຫ້ເບິ່ງພໍດີງາມ

ວິທີຕັ້ງຄ່າ:

        ພິມ D ແລ້ວ Enter ຈະເຫັນໜ້າຕ່າງຂື້ນມາ ຫຼື ໄປທີ່ຄຳສັ່ງດັ່ງລຸ່ມນີ້:

1)   ໄປທີ່ Format

2)   ເລື່ອນເມົາໄປຫາ Dimension Style

3)   ເລືອກ New

4)   ຕັ້ງຊື່ເສັ້ໜບອກຂະໜາດ

5)   ຄິກ Continue

        ຫຼັງຈາກຄິກ Continue ຈະມີໜ້າຕ່າງຂື້ນມາໃຫ້ຕັ້ງຄ່າກຸ່ມຕ່າງໆດັ່ງຕໍ່ໄປນີ່

1)   ກຸ່ມ Line ແມ່ນກຸ່ມທີ່ໃຊ້ສຳຫຼັບປັບແຕ່ງບັນດາເສັ້ນບອກຂະໜາດຕ່າງໆ

2)   ກຸ່ມ Symbole and Arrow ແມ່ນກຸ່ມທີ່ໃຊ້ສຳຫຼັບປັບແຕ່ງສັນຍາລັກເຄື່ອງໝາຍ ແລະ ຫົວຂອງລູກສອນ

3)   ກຸ່ມ Text ແມ່ນກຸ່ມທີ່ໃຊ້ສຳຫຼັບປັບແຕ່ງບັນດາຕົວເລກ, ຕົວໜັງສື

4)   ກຸ່ມ Fit ແມ່ນກຸ່ມທີ່ໃຊ້ສຳຫຼັບປັບແຕ່ງມາດຕາສ່ວນ

5)   ກຸ່ມ Primary Units ແມ່ນກຸ່ມທີ່ໃຊ້ສຳຫຼັບປັບແຕ່ງບັນດາຫົວໜ່ວຍຕ່າງໆ

6)   ຫຼັງຈາກປັບຕັ້ງຄາເສັ້ນບອກຂະໜາດຕ່າງໆໄດ້ຕາມຕ້ອງການແລ້ວໃຫ້ກົດ OK

7)   ເລືອກຊື່ທີ່ເຮົາຕຕັ້ງ

8)   ແລ້ວກົດ Set Current


4.   ການຕັ້ງຄ່າຄຳ​ສັ່ງ​ຊ່ວຍ​ຕ່າງໆ

    ບັນດາຄຳສັ່ງຊ່ວຍຂອງ AutoCAD 2007 ປະກອບມີ:

1)      Snap mode ເຊິ່ງຄີລັດແມ່ນ ShortCut (F9) ເປັນຄຳສັ່ງການກຳນົດຕົວກະພິບ Cursor ຫ້ໄປຕາມຈຸດເມັດ Grid ລະ ບໍ່ສາມາດກໍານົດຈຸດ ຕົວກະພິບ Cursor ດ້ຕາມໃຈ.

2)      Object Snap ເຊິ່ງຄີລັດແມ່ນ ShortCut (F3) ເປັນ​ຕົວ​ກຳນົດ​ຈຸດ​ສຸດ​ທ້າຍ​ຂອງ​ເສັ້ນ, ຈຸດ​ໃຈກາງ​ຂອງ​ເສັ້ນ, ຈຸດ​ຕິດ​ແປະ​ຂອງ​ວົງມົນ, ຈຸດ​ໃຈກາງ​ຂອງ​ວົງມົນ ແລະ ອື່ນໆ.

3)      Ortho Mode ເຊິ່ງຄີລັດແມ່ນ ShortCut (F8) ເປັນ​ຕົວ​ກຳນົດ​ໃຫ້​ເສັ້ນ​ທີ່​ແຕ້ມ​ເປັນ​ເສັ້ນ​ຊື່ ໃນ​ແລວ​ຕັ້ງ ແະ ແລວ​ນອນ​ໄດ້.

4)      Grid ເຊິ່ງຄີລັດແມ່ນ ShortCut (F7) ເປັນ​ຕົວ​ໂຊ​ເມັດ​ນ້ອຍໆ​ສີຂາວ​ເທີ​ງໜ້າ​ຕ່າງ​ຂອງ Program AutoCAD 2007.

5)      Polar Tracking ເຊິ່ງຄີລັດແມ່ນ ShortCut (F10) ເປັນຄຳສັ່ງທີ່ສະແດງສາຍເງົາເປັນເສັ້ນຊື່ ໃນມູມທາງຕັ້ງ ແລະ ທາງນອນ ຄຳສັ່ງນີ້ມັກໃຊ້ງານຕະຫຼອດ ຈະຊ່ວຍເພື່ອສະດວກໃນການແຕ້ມ.

6)      Object Snap Tracking ເຊິ່ງຄີລັດແມ່ນ ShortCut (F11) ເປັນຄຳສັ່ງທີ່ສະແດງສາຍເງົາເປັນເສັ້ນຊື່ ໃນມູມທາງຕັ້ງ ແລະ ທາງນອນ ຄຳສັ່ງນີ້ມັກໃຊ້ງານຕະຫຼອດ ຈະຊ່ວຍເພື່ອສະດວກໃນການແຕ້ມ.

ວິທີຕັ້ງຄ່າ:

1)   ຄິກຂວາໃສ່ Snap Mode

2)   ເລືອກ Setting

3)   ແລ້ວຈະມມີໜ້າຕ່າງຂື້ນມາ

4)   ຕິກເຄື່ອງໝາຍຖຶກທີ່ Object Snap on F3

5)   ຕິກເຄື່ອງໝາຍຖຶກທີ່ Object Snap Tracking

6)   ເລືອກ Select All

7)   ເລືອກ OK


ການອະທິບາຍຄຳສັ່ງຊ່ວຍ:

1)   Endpoint ແມ່ນເຄື່ອງໝາຍຈັບຈຸດສົ້ນຂອງເສັ້ນ.

2)   Midpoint ​ ແມ່ນ​ເຄື່ອງໝາຍຈັບຈຸດ​ແບ່ງ​ເຄີ່ງ​ກາງຂອງ​ເສັ້ນ.

3)   Center ມ່ນ​ຄື່ອງໝາຍຈັບ​ຈຸດ​ໃຈກາງ​ຂອງ​ຮູບ​ວົງມົນ.

4)   Node ມ່ນ​ເຄື່ອງໝາຍ​ຈັບ​ຈຸດ​ເມັດ​ໃດໜື່ງ.

5)   Quadrant ມ່ນ​ເຄື່ອງໝາຍ​ຈັບ​ຈຸດ​ໜື່ງ​ໃນ​ສີ່​ສ່ວນ​ຂອງຮູບ​ວົງມົນ.

6)   Intersectionມ່ນ​ເຄື່ອງໝາຍ​ຈັບ​ຈຸດ​ຕັດ​ກັນ​ຂອງ​ເສັ້ນ.

7)   Extension ມ່ນ​ເຄື່ອງໝາຍ​ການ​ຍືດອອກ​ຂອງ​ເສັ້ນ.

8)   Insertion ມ່ນ​ເຄື່ອງໝາຍ​ຈັບ​ຈຸດ​ທີ່​ມີ​ການ​ເພີ້​, ຕື່ມເສັ້ນ.

9)   Perpendicular ມ່ນ​ເຄື່ອງໝາຍ​ຈັບ​ຈຸ ສັນ​ຕັ້ງ​ສາກ.

10)    Tangent ມ່ນ​ເຄື່ອງໝາຍ​ຈັບ​ຈຸດ​ຕິດ​ແປະ​ຂອງ​ຮູບ​ວົງມົນ.

11)    Nearest ມ່ນ​ເຄື່ອງໝາຍ​ຈັບ​ຈຸດ​ຕິດ​ແປະ​ຕາມ​ຮູບ​ວົງມົນ ແລະ ຕາມ​ເສັ້ນ​ຊື່.

12)    Apparent intersection ມ່ນ​ເຄື່ອງໝາຍ​ຈັບ​ຈຸດ​ຕັດ​ກັນ​ຂອງ​ເສັ້ນ ແລະ ອື່ນໆ.

13)    Parallel ມ່ນ​ເຄື່ອງໝາຍ ບອກ​ເສັ້ນ​ຂະໜານ​ກັນ.

5.   ຄຳສັ່ງທີ່ໃຊ້ແຕ້ມແບບໃນ Program AutoCAD 2007

5.1   ຄຳສັງ Line

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມເສັ້ນຊື່, ແນວທາງຕັ້ງ, ທາງນອນ ແລະ ແຕ້ມເສັ້ນອຽງກຳນົດເປັນມູມອື່ນໆ

v ວິທີໃຊ້ແຕ້ມ: ພິມ L / Enter ເພື່ອເລືອກໃຊ້ຄຳສັ່ງ ຄິກເມົາໃສ່ຈຸດທຳອິດ, ພິມເຄຶ່ອງໝາຍ (@) ພິມຄ່າໄລຍະຄວາມຍາວຂອງເສັ້ນຊື່, ພິມເຄຶ່ອງໝາຍ (<) ແລ້ວພິມຄ່າມູມອຽງໃສ່ / Enter

5.2   ຄຳສັງ Construction Line

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມເສັ້ນຊື່ທີ່ຍາວ ແລະ ບໍ່ສິນສຸດ, ສາມາດແຕ້ມທາງຕັ້ງ, ທາງນອນ ແລະ ແຕ້ມເສັ້ນອຽງກຳນົດເປັນມູມອື່ນໆ.

ວິທີໃຊ້ແຕ້ມເສັ້ນຊື່: ພິມ XL / Enter ເພື່ອເລືອກໃຊ້ຄຳສັ່ງ.

Functional:

1)   ພິມ V / Enter ເພື່ອໃຊ້ຄໍາສັ່ງໃຫ້ເສັ້ນເປັນແບບທາງຕັ້ງ

2)   ພິມ H / Enter ເພື່ອໃຊ້ຄໍາສັ່ງໃຫ້ເສັ້ນເປັນແບບທາງນອນ

3)   ພິມ A / Enter ແລ້ວພິມຄ່າມູມໃສ່ ເພື່ອເລືອກໃຊ້ຄຳສັ່ງໃຫ້ເສັ້ນອຽງເປັນມູມ

5.3        ຄຳສັງ MultiLine

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມເສັ້ນຊື່ທີ່ຂະໜານກັນຫຼາຍເສັ້ນໃນເທື່ອດຽວ ໂດຍສ່ວນໃຫຍ່ມັກຈະໃຊ້ແຕ້ມເສັ້ນທາງ ແລະ ອື່ນໆ.

ວິທີໃຊ້: ພິມ ML / Enter ເພື່ອເລືອກໃຊ້ຄຳສັ່ງ, ພິມ SC / Enter ພິມຄ່າໄລຍະຄວາມກ້ວາງຂອງສອງເສັ້ນຂອບນອກໃສ່ / Enter

Functional:

4)   ພິມ J / Enter ເພື່ອໃຊ້ຄຳສັ່ງເລືອກຈຸດຈັບຂອງເສັ້ນ

5)   ເລືອກ Top / Enter ແມ່ນເລືອກຈຸດຈັບເບື້ອງເທິງ

6)   ເລືອກ Zero / Enter ແມ່ນເລືອກຈຸດຈັບເຄິ່ງກາງ

7)   ເລືອກ Bottom / Enter ແມ່ນເລືອກຈຸດຈັບເບື້ອງລຸ່ມ

5.4        ຄຳສັງ PolyLine

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມເສັ້ນຊື່ຕໍ່ເນື່ອງ, ໃຊ້ແຕ້ມເສັ້ນໜາ, ໃຊ້ແຕ້ມເສັ້ນໂຄ້ງ ແລະ ອື່ນໆ.

ວິທີໃຊ້: ພິມ PL / Enter ເພື່ອເລືອກໃຊ້ຄຳສັ່ງ

Functional:

1)   ພິມ L / Enter ເພື່ອໃຊ້ຄໍາສັ່ງແຕ້ມເສັ້ນຊື່

2)   ພິມ A / Enter ເພື່ອໃຊ້ຄຳສັ່ງແຕ້ມເສັ້ນໂຄ້ງ

3)   ພິມ W / Enter ເພື່ອໃຊ້ຄຳສັ່ງແຕ້ມເສັ້ນໜາ

5.5        ຄຳສັງ Polygone

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມຮູບຫຼາຍແຈ, ນັບຕັ້ງແຕ່ຮູບສາມແຈ, ຮູບສີ່ແຈ ແລະ ອື່ນໆ.

ວິທີໃຊ້: ພິມ POL / Enter ເພື່ອເລືອກໃຊ້ຄຳສັ່ງ, ພິມຈຳນວນແຈ ຫຼື ມູມຂອງຮູບໃສ່ / Enter ຄິກເມົາເລືອກຈຸດທໍາອິດ ແລ້ວຈະເຫັນຄຳສັ່ງເສີມດັ່ງນີ້:

Functional:

1)      ພິມ I (Inscribe in Circle) / Enter ແມ່ນການນັບຈາກຈຸດໃຈກາງຂອງຮູບໄປຫາຈອມ

2)      ພິມ C (Circumscribed about Circle) / Enter ແມ່ນການນັບຈາກຈຸດໃຈກາງຂອງຮູບໄປຫາຂ້າງ

3)      ພິມ E / Enter ແມ່ນການນັບຄວາມຍາວຂອງເສັ້ນຂອບຮູບ

5.6        ຄຳສັງ Rectangle 

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມຮູບສີ່ແຈ

ວິທີໃຊ້: ພິມ REC / Enter ເພື່ອເລືອກໃຊ້ຄຳສັ່ງ, ຄິກເມົາເລືອກຈຸດທຳອິດ, ພິມຄ່າໄລຍະຄວາມຍາວຂອງເສັ້ນແນວແກນ X, ພິມເຄຶ່ອງໝາຍ (,) ແລ້ວພິມໄລຍະຄວາມຍາວຂອງແກນ Y ແລ້ວ / Enter

Functional:

1)      ການຕັດມູມໃຫ້ເປັນຫຼ່ຽມ: ພິມ REC / Enter, ພິມ CH / Enter, ພິມຄ່າຄວາມຍາວຂອງເສັ້ນທີ່ຕ້ອງການຕັດຂ້າງທີ່ໜຶ່ງ / Enter, ພິມຄ່າຄວາມຍາວຂອງເສັ້ນທີ່ຕ້ອງການຕັດຂ້າງທີ່ສອງ / Enter, ຄິກໃສ່ໜ້າຈໍເລືອກຈຸດທຳອິດ, ພິມເຄື່ອງໝາຍ (@) ພິມຄ່າໄລຍະຄວາມຍາວຂອງເສັ້ນແນວແກນ X, ພິມເຄຶ່ອງໝາຍ (,) ແລ້ວພິມໄລຍະຄວາມຍາວຂອງແກນ Y ແລ້ວ / Enter

2)      ການຕັດມູມໃຫ້ເປັນແບບໂຄ້ງ: ພິມ REC / Enter, ພິມ F / Enter, ພິມຄ່າລັດສະໜີໂຄ້ງໃສ່ / Enter, ຄິກໃສ່ໜ້າຈໍເລືອກຈຸດທຳອິດ, ພິມເຄື່ອງໝາຍ (@) ພິມຄ່າໄລຍະຄວາມຍາວຂອງເສັ້ນແນວແກນ X, ພິມເຄຶ່ອງໝາຍ (,) ແລ້ວພິມໄລຍະຄວາມຍາວຂອງແກນ Y ແລ້ວ / Enter

3)      ການແບບເສັ້ນໜາ: ພິມ REC / Enter, ພິມ W / Enter, ພິມຄ່າຄວາມໜາຂອງເສັ້ນໃສ່ / Enter, ຄິກໃສ່ໜ້າຈໍເລືອກຈຸດທຳອິດ, ພິມເຄື່ອງໝາຍ (@) ພິມຄ່າໄລຍະຄວາມຍາວຂອງເສັ້ນແນວແກນ X, ພິມເຄຶ່ອງໝາຍ (,) ແລ້ວພິມໄລຍະຄວາມຍາວຂອງແກນ Y ແລ້ວ / Enter

5.7        ຄຳສັງ Helix   

ເປັນຄຳສັ່ງທີ່ໃຊ້ສຳລັບຮູບກຽວ ຫຼື ແຕ້ມຮູບຄື່ນຕ່າງໆ

ວິທີໃຊ້: ພິມ Helix / Enter ເພື່ອເລືອກໃຊ້ຄຳສັ່ງ, ຄິກເມົາເລືອກຈຸດທີ່ໜຶ່ງ, ພິມຄ່າລັດສະໝີຂອງວົງກາງໃສ່ / Enter, ພິມຄ່າລັດສະໝີຂອງວົງນອກໃສ່ / Enter, ພິມ T / Enter, ພິມຈຳນວນກຽວໃສ່ແລ້ວ / Enter

5.8        ຄຳສັງ Arc  

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມເສັ້ນໂຄ້ງ ຫຼື ເສັ້ນກົງອື່ນໆ

ວິທີໃຊ້: ພິມ ARC / Enter ເພື່ອເລືອກໃຊ້ຄຳສັ່ງ, ຄິກເມົາເລືອກຈຸດທີ່ໜຶ່ງ, ຄິກເມົາເລືອກຈຸດທີ່ສອງ,ຄິກເມົາເລືອກຈຸດທີ່ສາມ / Enter

Functional:

1)      ພິມ C / Enter ເພື່ອກຳນໜົດຈຸດໃຈກາງຂອງເສັ້ນໂຄ້ງຈຸດທີ່ໜຶ່ງ, ແລ້ວຄິກເມົາເລືອກຈຸດທີ່ສອງ,ຄິກເມົາເລືອກຈຸດທີ່ສາມ / Enter

2)      ຫຼື ໄປທີ່ຄຳສັ່ງ Draw ເລືອນເມົາໄປຫາ Arc ແລ້ວເລືອກໃຊ້ Function ຄຳສັ່ງໃນການແຕ້ມເສັ້ນໂຄ້ງຕາມຕ້ອງການ

5.9        ຄຳສັງ Circle   

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມຮູບວົງມົນ

ວິທີໃຊ້: ພິມ C / Enter ເພື່ອເລືອກໃຊ້ຄຳສັ່ງ

Functional:

1)      ພິມ C / Enter ຄິກເມົາເລືອກຈຸດທີ່ໜຶ່ງ ພິມຄ່າລັດສະໜີໃສ່ / Enter

2)      ພິມ C / Enter ຄິກເມົາເລືອກຈຸດທີ່ໜຶ່ງ ພິມ D / Enter ພິມຄ່າເສັ້ນຜ່າສູນກາງໃສ່ / Enter

3)   ຫຼື ໄປທີ່ຄຳສັ່ງ Draw ເລືອນເມົາໄປຫາ Circle ແລ້ວເລືອກໃຊ້ Function ຄຳສັ່ງໃນການແຕ້ມເສັ້ນໂຄ້ງຕາມຕ້ອງການ

5.10   ຄຳສັງ Revision Cloud     

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມຮູບເມກ ຫຼື ເຝື້ອ

ວິທີໃຊ້: ພິມ Revision Cloud / Enter ເພື່ອເລືອກໃຊ້ຄຳສັ່ງ ກົດເົາໃສ່ໜ້າຈໍ ແລ້ວລາກເມົາແຕ້ມຮູບກ້ອນເມກ ຕາມຕ້ອງການ

Functional:

1)   ພິມ A / Enter ແມ່ນກຳໜົດຄວາມໂຄ້ງຂອງກ້ອນເມກ

2)   ພິມ S / Enter ແມ່ນກຳໜົດຮູບແບບຂອງກ້ອນເມກ ເຊິ່ງມີຢູ່ສອງແບບຄື:

-     ແບບທຳມະດາ Normal

-     ແບບສິນລະປະລາຍມື Calligraphy

5.11   ຄຳສັງ Spline        

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມເສັ້ນກົ່ງ, ເສັ້ນໂຄ້ງຕໍ່ເນື່ອງເປັນເນື້ອດຽວ ເວລາຕ້ອງການຢຸດຄໍາສັ່ງໃຫ້ / Enter ສາມຄັ້ງ

ວິທີໃຊ້: ພິມ SPL / Enter ເພື່ອເລືອກໃຊ້ຄຳສັ່ງ ກົດເມົາໃສ່ໜ້າຈໍເລືອກຈຸດທຳອິດ ແລ້ວລາກເມົາຈຸດທີ່ສອງ, ລາກເມົາຈຸດທີ່ສາມ.... ຕາມຕ້ອງການ ເວລາຕ້ອງການຢຸດຄໍາສັ່ງໃຫ້ / Enter ສາມຄັ້ງ

Functional:

1)      ພິມ C / Enter ແມ່ນກຳໜົດໃຫ້ເສັ້ນມາຈອດກັບຈຸດເລີ່ມຕົ້ນ

5.12   ຄຳສັງ Ellipse       

ເປັນຄຳສັ່ງທີ່ໃຊ້ສຳລັບແຕ້ມຮູບໄຂ່ ຫຼື ແຕ້ມຮູຍວົງມົນກໍ່ໄດ້

ວິທີໃຊ້: ພິມ EL / Enter ເພື່ອເລືອກໃຊ້ຄຳສັ່ງ ກົດເມົາໃສ່ໜ້າຈໍເລືອກຈຸດທຳອິດ ລາກເມົາໄປທິດທາງທີ່ຕ້ອງການ ແລ້ວພິມຄ່າລັດສະໜີດ້ານທີ່ໜຶ່ງໃສ່ / Enter, ພິມຄ່າລັດສະໜີດ້ານທີ່ສອງໃສ່ / Enter

5.13   ຄຳສັງ Piont      

ເປັນຄຳສັ່ງທີ່ໃຊ້ສຳລັບໝາຍຈຸດ, ໝາຍເມັດ ຫຼື ຈຸດໃດໜຶ່ງໃສ່ແຜ່ນແຕ້ມ ເຊິ່ງເຮົາສາມາດກຳນົດຮູບແບບຂອງ Piont ແລະ ກຳໜົດໄລຍະຫ່າງຂອງ Piont ໄດ້ຕາມຄວາມຕ້ອງການ

ວິທີໃຊ້:

1) ພິມ PO / Enter ເພື່ອເລືອກໃຊ້ຄຳສັ່ງ ຄິກເມົາໃສ່ບ່ອນຕ້ອງການໝາຍຈຸດ

2) ຫຼື ພິມ PO / Enter ພິມເຄື່ອງໝາຍ (@) ພິມຄ່າໄລຍະຫ່າງເລືອກໝາຍຈຸດແນວແກນ, ພິມເຄຶ່ອງໝາຍ (<) ພິມຄ່າມູມໃສ່ / Enter

5.14   ຄຳສັງ Region         

ເປັນຄຳສັ່ງທີ່ໃຊ້ສຳລັບລວມເສັ້ນໃຫ້ເປັນເນື້ອດຽວ ແຕ່ເສັ້ນທີ່ເຮົາຈະລວມກັນຕ້ອງເປັນເສັ້ນທີ່ຕິດຈອດກັນ ຫຼື ເປັນວົງປິດ.

ວິທີໃຊ້:

1) ພິມ REG / Enter ເພື່ອເລືອກໃຊ້ຄຳສັ່ງ ຄິກເມົາລາກກວມເອົາເສັ້ນ ຫຼື ຮູບທີ່ຕ້ອງການລວມເສັ້ນໃຫ້ເປັນເນື້ອດຽວ / Enter

5.15   ຄຳສັງ Wipeout         

ເປັນຄຳສັ່ງທີ່ໃຊ້ສຳລັບບັງເສັ້ນທີ່ເຕັງກັນ, ບັງເສັ້ນທີ່ໄຂ່ວກັນ ເຊິ່ງເສັ້ນທີ່ຖຶກບັງຈະບໍ່ເຫັນ ແຕ່ເວລາເຮົາເອົາເມົາໄປໃສ່ ຈະເຫັນເສັ້ນດັ່ງກ່າວ

ວິທີໃຊ້:

1) ພິມ Wipeout / Enter ເພື່ອເລືອກໃຊ້ຄຳສັ່ງ ຄິກເມົາແຕ້ມເສັ້ນທີ່ຕ້ອງການໃຫ້ສະແດງຢູ່ເທິງ / Enter

5.16   ຄຳສັງ Multiline Text           

ເປັນຄຳສັ່ງທີ່ໃຊ້ສຳລັບພິມຕົວໜັງສື ຫຼື ພິມຂໍ້ຄວາມຕ່າງໆໃສ່ແບບແຕ້ມ ເຊິ່ງເຮົາສາມາດປ່ຽນຂະໜາດຕົວໜັງສື ແລະ ສາມາດປ່ຽນ Front ໄດ້ຕາມຕ້ອງການ

ວິທີໃຊ້:

1) ພິມ MT / Enter ເພື່ອເລືອກໃຊ້ຄຳສັ່ງ ຄິກເມົາໃສ່ຈຸດທີ່ຕ້ອງການຂຽວຂໍ້ຄວາມ, ພິມເນື້ອຫາຂໍ້ຄວາມທີ່ຕ້ອງການໃສ່ ແລ້ວກົດ OK

5.17   ຄຳສັງ Hatch          

ເປັນຄຳສັ່ງທີ່ໃຊ້ສຳລັບລະບາຍສີ ຫຼື ໃສ່ສີ, ໃສ່ລາຍຕ່າງໆໃຫ້ກັບແບບທີ່ແຕ້ມ

ວິທີໃຊ້:

ພິມ H / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຈະເຫັນຫນ້າຕ່າງ Hatch and Gradient ຂື້ນມາ

Ø ກຸ່ມຂອງ Hatch ແມ່ນກຸ່ມທີ່ຕ້ອງການໃສ່ລາຍຕ່າງໆ

1)      Type ໃຫ້ເລືອກ Predefined

2)      Pattern ໃຫ້ເລືອກລາຍທີ່ຕ້ອງການ ແລະ ມີຄວາມເໝາະສົມ ແລ້ວຄິກ OK

3)      Angle ໃຫ້ໃສ່ມູມທີ່ຕ້ອງການໃຫ້ລາຍອຽງຕາມທິດທາງທີ່ຕ້ອງການ

4)      Scale ໃຫ້ໃສ່ຂະໜາດອັດຕາສ່ວນທີ່ຕ້ອງການໃຫ້ລາຍໃຫຍ່ ຫຼື ນ້ອຍ

5)      ໃຫ້ເລືອກ Add Pick Piont ແລ້ວໄປເລືອກຮູບແຕ້ມທີ່ຕ້ອງການໃສ່ລາຍ / Enter

6)      ເລືອກ OK

Ø ກຸ່ມຂອງ Gradient ແມ່ນກຸ່ມທີ່ຕ້ອງການໃສ່ສີຕ່າງໆ

1)   One Color ແມ່ນໃຫ້ເລືອກແບບສີດຽວ

2)   Two Color ແມ່ນໃຫ້ເລືອກແບບມີສອງສີປະສົມກັນ

3)   Angle ໃຫ້ໃສ່ມູມທີ່ຕ້ອງການໃຫ້ລາຍອຽງຕາມທິດທາງທີ່ຕ້ອງການ

4)   ໃຫ້ເລືອກ Add Pick Piont ແລ້ວໄປເລືອກຮູບແຕ້ມທີ່ຕ້ອງການໃສ່ລາຍ / Enter

5)   ເລືອກ OK

5.18   ຄຳສັງ Mark Block           

ເປັນຄຳສັ່ງທີ່ໃຊ້ສຳລັບສ້າງບ໋ອກ ຫຼື Group ຮູບແຕ້ມທີ່ເຮົາແຕ້ມແລ້ວໃຫ້ເປັນຮູບດຽວ, ໂດຍເກັບໄວ້ໃນໂປຼແກຼມ ເຊິ່ງເຮົາສາມາດນຳຮູບດັ່ງກ່າວມາໃຊ້ໄດ້ອີກ.

ວິທີໃຊ້:

ພິມ B / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຈະເຫັນໜ້າຕ່າງ Block Definition ຂື້ນມາ.

1)      ຕັ້ງຊື່ໃຫ້ກັບ Block

2)      ເລືອກຮູບທີ່ຕ້ອງການບ໋ອກ Select Object / Enter

3)      Pick Piont ແມ່ນເລືອກຈຸດຈັບໃນຮູບແຕ້ມ

4)      ເລືອກ OK

5.19   ຄຳສັງ Insert Block           

ເປັນຄຳສັ່ງທີ່ໃຊ້ສຳລັບນຳເອົາບ໋ອກ ຫຼື ຮູບແຕ້ມທີ່ເຮົາແຕ້ມ Group ໄວ້ ມາໃຊ້ອີກ.

ວິທີໃຊ້: ພິມ I / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຈະເຫັນໜ້າຕ່າງ Insert Block ຂື້ນມາ.

1)   ເລືອກ Block ທີ່ຕ້ອງການ

2)   ເລືອກ OK

6.   ການໃຊ້ຄຳສັ່ງ Modify ໃນ Program AutoCAD 2007

6.1        ຄຳສັງ Erase

   ເປັນຄຳສັ່ງທີ່ໃຊ້ໃນການລຶບຮູບທີ່ແຕ້ມ ຫຼື ລຶບເສັ້ນທີ່ບໍ່ຕ້ອງການອອກ

ວິທີໃຊ້: ພິມ E / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວກົດເມົາລາກຮູບ ຫຼື ເສັ້ນທີ່ຕ້ອງການລົບ / Enter

6.2        ຄຳສັງ Copy 

   ເປັນຄຳສັ່ງທີ່ໃຊ້ໃນການຖ່າຍຮູບທີ່ແຕ້ມ ຫຼື ຖ່າຍເສັ້ນທີ່ແຕ້ມອອກເປັນຫຼາຍຮູບທີ່ຄ້ານຄືກັນ

ວິທີໃຊ້: ພິມ CO / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວກົດເມົາລາກຮູບ ຫຼື ເສັ້ນທີ່ຕ້ອງການຖ່າຍ / Enter ຈາກນັ້ນໃຊ້ເມົາໄປຄິກໃສ່ຮູບ ແລ້ວເອົາໄປວາງບ່ອນທີ່ຕ້ອງການ ເຊິ່ງເຮົາ Copy ເທື່ອດຽວ ແລະ ສາມາດວາງຮູບທີ່ Copy ໄດ້ຫຼາຍໆຮູບ

6.3        ຄຳສັງ Mirror      

   ເປັນຄຳສັ່ງທີ່ໃຊ້ໃນການຖ່າຍຮູບທີ່ແຕ້ມຈາກເບື້ອງໜຶ່ງ ໄປຍັງອີກເບື້ອງໜຶ່ງ ໂດຍຮູບຈະປີ່ນໜ້າ ຫຼື ປິ່ນຫຼັງເຂົ້າຫາກັນ ເຊິ່ງຄ້າຍຄືກັບແຍງແວ່ນ

ວິທີໃຊ້: ພິມ MI / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວກົດເມົາລາກຮູບ ຫຼື ເສັ້ນທີ່ຕ້ອງການຖ່າຍ / Enter ຈາກນັ້ນໃຊ້ເມົາໄປຄິກໃສ່ຈຸດໃດຈຸດໜຶ່ງຂອງຮູບ ແລ້ວດຶງເມົາອອກໄປຕາມທິດທາງທີ່ຕ້ອງການພິກຮູບ / Enter

6.4        ຄຳສັງ Offset         

   ເປັນຄຳສັ່ງທີ່ໃຊ້ໃນການຖ່າຍເສັ້ນທີ່ແຕ້ມ ໃຫ້ຍັບເຂົ້າ ຫຼື ຍັບອອກໃຫ້ສະເໜີກັນຕາມທີ່ເຮົາຕ້ອງການ

ວິທີໃຊ້: ພິມ O / Enter ເພື່ອເລືອກໃຊ້ຄຳສັ່ງພິມໄລຍະຫ່າງທີ່ຕ້ອງການຍັບເສັ້ນ / Enter ຈາກນັ້ນໃຊ້ເມົາໄປຄິກໃສ່ຈຸດໃດຈຸດໜຶ່ງຂອງຮູບ ແລ້ວດຶງເມົາອອກໄປຕາມທິດທາງທີ່ຕ້ອງການຍັບ / Enter

6.5        ຄຳສັງ Array        

   ເປັນຄຳສັ່ງທີ່ໃຊ້ໃນການຖ່າຍເສັ້ນ ຫຼື ຮູບທີ່ແຕ້ມ ໃຫ້ຍັບໄປຕາມໄລບະທີ່ຕ້ອງການ, ໃຫ້ສະເໜີກັນຕາມຮູບແບບຕ່າງໆ ໃຫ້ໄດ້ຫຼາຍຮູບໃນເທື່ອດຽວ

ວິທີໃຊ້: ພິມ AR / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຈະເຫັນໜ້າຕ່າງຂື້ນມາດັ່ງນີ້:

1) ໃຫ້ເລືອກ Rectangular Array ຫຼື Polar Array

2) ພິມຈຳນວນ Row

3) ພິມຈຳນວນ Column

4) ພິມຄ່າມູໃສ່

5) ເລືອກຮູບແຕ້ມທີ່ຕ້ອງການ / Enter


6.6        ຄຳສັງ Move       

   ເປັນຄຳສັ່ງທີ່ໃຊ້ໃນການຍ້າຍເສັ້ນ ຫຼື ຮູບທີ່ແຕ້ມ ແລ້ວໄປວາງໄວ້ບ່ອນທີ່ຕ້ອງການ

ວິທີໃຊ້: ພິມ M / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກເສັ້ນ ຫຼື ຮູບທີ່ຕ້ອງການຍ້າຍ / Enter, ຄິກໃສ່ຈຸດຂອງຮູບ ແລ້ວດຶງໄປວາງບ່ອນທີ່ຕ້ອງການ

6.7        ຄຳສັງ Rotate          

   ເປັນຄຳສັ່ງທີ່ໃຊ້ໃນການໝູນ ຫຼື ປິ່ນຮູບທີ່ແຕ້ມ ໃຫ້ຢູ່ຕາມທິດທາງທີ່ຕ້ອງການ

ວິທີໃຊ້: ພິມ RO / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກເສັ້ນ ຫຼື ຮູບທີ່ຕ້ອງການໝູນ / Enter, ຄິກໃສ່ຈຸດຂອງຮູບ ແລ້ວດຶງເມົາໄປທິດທາງທີ່ຕ້ອງການ / Enter

6.8        ຄຳສັງ Scale           

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຫຍໍ້ ຫຼື ຂະຫຍາຍຮູບຕ່າງໆ ໃຫ້ໃຫຍ່, ນ້ອຍ ຕາມມາດຕາສ່ວນທີ່ຕ້ອງການ

ວິທີໃຊ້: ພິມ SC / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກເສັ້ນ ຫຼື ຮູບທີ່ຕ້ອງການ / Enter, ຄິກໃສ່ຈຸດຂອງຮູບ ແລ້ວພິມຄ່າມາດຕາສ່ວນທີ່ຕ້ອງການໃສ່ / Enter

1)   ຖ້າຫາກຕ້ອງການຫຍໍ້ຮູບແມ່ນໃຫ້ພິມຄ່ານ້ອຍກ່ວາ ຕົວຢ່າງ: 1/10, 1/20, 1/30……

2)   ຖ້າຫາກຕ້ອງການຂະຫຍາຍຮູບແມ່ນໃຫ້ພິມຄ່າໃຫຍ່ກ່ວາ ຕົວຢ່າງ: 10/1, 20/1, 30/1……

6.9        ຄຳສັງ Stretch              

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຍັບຂ້າງໃດຂ້າງໜຶ່ງຂອງຮູບແຕ້ມເຂົ້າ-ອອກ ຕາມທີ່ຕ້ອງການ

ວິທີໃຊ້: ພິມ Stretch / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກເສັ້ນຂ້າງທີ່ຕ້ອງການຍັບ / Enter, ຄິກໃສ່ຈຸດຂອງຮູບ ແລ້ວພິມຄ່າໄລຍະທີ່ຕ້ອງການຍັບໃສ່ / Enter

1)   ຖ້າຫາກຕ້ອງການຍັບເຂົ້າໃຫ້ດຶງເມົາເຂົ້າ

2)   ຖ້າຫາກຕ້ອງການຍັບອອກໃຫ້ດຶງເມົາອອກ

6.10   ຄຳສັງ Trim                

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຕັດເສັ້ນທີ່ບໍ່ຕ້ອງການອອກ

ວິທີໃຊ້: ພິມ TR / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກເສັ້ນຂ້າງທີ່ຕ້ອງກາຕັດ / Enter ແລ້ວເສັ້ນຈະຂາດຫາຍໄປເອງ

6.11   ຄຳສັງ Extend                   

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຕໍ່ເສັ້ນທີ່ບໍ່ຕິດຈອດກັນ ໃຫ້ຕິດຈອດກັນ

ວິທີໃຊ້: ພິມ EX / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກເສັ້ນຂ້າງທີ່ຕ້ອງກາຕໍ່ / Enter ແລ້ວເສັ້ນຈະຕໍ່ກັນເອງ

6.12   ຄຳສັງ Break                   

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຕັດເສັ້ນໃຫ້ຂາດເປັນສອງຈຸດ

ວິທີໃຊ້: ພິມ BR / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກຈຸດທີ່ໜຶ່ງ, ແລ້ວຄິກເລືອກຈຸດທີ່ສອງ ຈາກນັ້ນເສັ້ນລະຫວ່າງຈຸດທີ່ໜຶ່ງ ແລະ ທີ່ສອງຈະຂາດໄປເອງ

6.13   ຄຳສັ່ງ Join                   

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຕໍ່ເສັ້ນໃຫ້ຕິດຈອດກັນ

ວິທີໃຊ້: ພິມ J / Enter ເພື່ອເລືອກໃຊ້ຄຳສັ່ງ ແລ້ວຄິກເລືອກຈຸດທີ່ໜຶ່ງ, ແລ້ວຄິກເລືອກຈຸດທີ່ສອງ / Enter

6.14   ຄຳສັ່ງ Chamfer                      

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຕັດມູມຂອງຮູບແຕ້ມໃຫ້ເປັນມູມຫຼ່ຽມ

ວິທີໃຊ້: ພິມ CHA / Enter ເພື່ອເລືອກໃຊ້ຄຳສັ່ງ ພິມ D / Enter, ພິມໄລຍະທີ່ຕ້ອງການຕັດມູມຂ້າງທີ່ໜຶ່ງ, ພິມໄລຍະທີ່ຕ້ອງການຕັດມູມຂ້າງທີ່ສອງ / Enter, ແລ້ວຄິກໃສ່ເສັ້ນຂ້າງທີ່ໜຶ່ງ, ຄິກໃສ່ເສັ້ນຂ້າງທີ່ສອງ ຫຼັງຈາກນັ້ນຮູບແຕ້ມກໍ່ຈະຕັດເປັນມູມຫຼ່ຽມ

6.15   ຄຳສັ່ງ Fillet                         

   ເປັນຄຳສັ່ງທີ່ໃຊ້ສຳຫຼັບຕັດມູມຂອງຮູບແຕ້ມໃຫ້ເປັນມູມໂຄ້ງ

ວິທີໃຊ້: ພິມ F / Enter ເພື່ອເລືອກໃຊ້ຄຳສັ່ງ ພິມ R / Enter, ພິມຄ່າລັດສະໝີໃສ່ / Enter, ແລ້ວຄິກໃສ່ເສັ້ນຂ້າງທີ່ໜຶ່ງ, ຄິກໃສ່ເສັ້ນຂ້າງທີ່ສອງ ຫຼັງຈາກນັ້ນຮູບແຕ້ມກໍ່ຈະຕັດເປັນມູມໂຄ້ງ

6.16   ຄຳສັ່ງ Explode                            

   ເປັນຄຳສັ່ງທີ່ໃຊ້ສຳຫຼັບລະເບີດຮູບແຕ້ມທີ່ເປັນເນື້ອດຽວ ໃຫ້ແຕກອອກຈາກກັນເປັນສິ້ນສ່ວນຂອງໃຜມັັນ

ວິທີໃຊ້: ພິມ Explode / Enter ເພື່ອເລືອກໃຊ້ຄຳສັ່ງ ຄິກເມົາກວມເອົາຮູບທີ່ຕ້ອງການ / Enter

7.   ການໃຊ້ຄຳສັ່ງພິມ Print ໃນ Progam AutoCAD 2007

7.1         ການຕັ້ງຄ່າເຄື່ອງ Printer ກ່ອນສັ່ງພິມ

ເປັນຄຳສັ່ງທີ່ໃຊ້ສຳຫຼັບ Setting Printer

ວິທີໃຊ້: ກົດ Ctrl + P ເພື່ອເລືອກໃຊ້ຄຳສັ່ງ ຈະເຫັນໜ້າຕ່າງຂື້ນມາດັ່ງນີ້:

1)   ເລືອກຊື່ເຄື່ອງພິມທີ່ສາາດພິມໄດ້

2)   ເລືອກຄິກ Property ແລ້ວຈະມີໜ້າຕ່າງຂື້ນມາອີກ

3)   ເລືອກຄິກ Modify Standard Paper Size

4)   ເລືອຂະໜາດເຈ້ຍທີ່ຕ້ອງການພິມ

5)   ເລືອກຄິກ Modify ແລ້ວຈະມີໜ້າຕ່າງຂື້ນມາອີກ

6)   ໃຫ້ຕັ້ງຂອບຂອງເຈ້ຍ Top=0, Bottom=0, Left=0, Light=0 ແລ້ວກົດ Next, ແລ້ວກົດ OK

7.2        ການຕັ້ງຄ່າ Layout ກ່ອນສັ່ງພິມ

ເປັນຄຳສັ່ງທີ່ໃຊ້ສຳຫຼັບ Setting Printer

ວິທີໃຊ້:

1)   ຄິກຂວາທີ່ Layout

2)   ເລືອກ Page Setup Manager ແລ້ວຈະມີໜ້າຕ່າງຂື້ນມາອີກ

3)   ເລືອກຊື່ເຄື່ອງພິມທີ່ສາາດພິມໄດ້

4)   ເລືອກຂະໜາດຂອງເຈ້ຍທີ່ຕ້ອງການພິມ

5)   ຊ່ອງ Plot Area ໃຫ້ເລືອກ Layout

6)   ເລືອກໜ້າເຈ້ຍທາງຕັ້ງ ຫຼື ທາງຂວາງ

7)   ເລືອກ Preview, ເລືອກ Plot

 

 ຕົວຢ່າງແບບທີ່ແຕ້ມດ້ວຍ Progam AutoCAD 2007 


ຂຽນ ແລະ ຮຽບຮຽງໂດຍ ທ່ານ ບົວຄໍາ ພຸດທະວົງ
+85620 56923956

ຂໍຂອບໃຈຜູ້ໃຫຍ່ໃຈດີທຸກທ່ານທີ່ໃຫ້ການສະໜັບສະໜູນ