ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

ການເດີນສາຍໄຟຟ້າໃນອາຄານດ້ວຍທໍ່

1. ການເດີນສາຍໄຟຟ້າດ້ວຍທໍ່ ຫຼື ການຮ້ອຍສາຍດ້ວຍທໍ່

    ທໍ່ ເປັນອຸປະກອນທີ່ສໍາຄັນຢ່າງໜຶ່ງທີ່ນິຍົມໃຊ້ສຳລັບການເດີນສາຍໄຟໃນອາຄານ, ບ້ານເຮືອນ, ສໍານັກງານ, ໂຮງງານອຸດສາຫະກຳຕ່າງໆ, ທໍ່ມີໜ້າທີໃນການຮ້ອຍສາຍໄຟ, ລວບລວມສາຍໄຟ, ຈັດສາຍໄຟຫຼາຍໆເສັ້ນທີ່ຈະຕິດຕັ້ງໃຫ້ເປັນລະບຽບແລ້ວ, ທໍ່ຍັງຊ່ວຍປົກປ້ອງສາຍໄຟຈາກການກະທົບຂອງວັດຖູພາຍນອກ, ຊ່ວຍປ້ອງກັນການສໍາພັດຈາກຄົນ, ສັດ, ປ້ອງກັນໂຕໜູກັດ, ຊ່ວຍຮັກສາອາຍຸການໃຊ້ງານຂອງສາຍໄຟ ແລະ ເຮັດໃຫ້ມີຄວາມປອດໄພ, ມີຄວາມສວຍງາມອີກດ້ວຍ. ການເດີນສາຍໄຟແບບທໍ່ຈະມັກຕິດຕັ້ງໃນພື້ນທີ່ແຕກຕ່າງກັນ ເຊັ່ນ: ຕິດຕັ້ງຕາມພື້ນ, ຕາມຝາ, ຕາມເພດານ ອື່ນໆ. ທໍ່ທີ່ໃຊ້ໃນການເດີນສາຍໄຟແບ່ງອອກເປັນ 2 ຊະນິດຄື: 

  •  ທໍ່ຢາງ PVC (Polylvinyl Chloride : ສຳລັບເດີນສາຍໄຟຈະເປັນສີເຫຼືອງ
  •  ທໍ່ໂລຫະ ຫຼື ທໍ່ເຫຼັກ (Metral Cnduit): ເຮັດດ້ວຍແຜ່ນເຫຼັກ, ລີດດດ້ວຍຄວາມຮ້ອນ, ເຄືອບດ້ວຍສັງກະສີ Zinc, ຜິວທາງນອກ ແລະ ຜິວທາງໃນເຄືອບດ້ວຍ Enamel ເພື່ອໃຫ້ຜິວມີຄວາມລຽບນຽນ, ປາຍທໍ່ທັງສອງດ້ານຈະເປັນກຽວໄວ້ໃຫ້ ເພື່ອຫັນເຂົ້າກັບຂໍຕໍ່ ຫຼື ຄອນເນັກເຕີ Connector ທີ່ຈະຕໍ່ເຂົ້າຫາບ໋ອກ  

    ການເດີນສາຍໄຟດ້ວຍທໍ່ແບ່ງຕາມປະເພດການຕິດຕັ້ງແບ່ງເປັນ 2 ປະເພດຄື: 

ການເດີນແບບລອຍ : 

ການເດີນສາຍດ້ວຍທໍ່ແບບຝັງຝາ

    ທໍ່ທີ່ໃຊ້ໃນການເດີນສາຍໄຟແບ່ງອອກເປັນ 2 ຊະນິດຄື: 

ທໍ່ຢາງ PVC: ສຳລັບເດີນສາຍໄຟຈະເປັນສີເຫຼືອງ

ທໍ່ໂລຫະ ຫຼື ທໍ່ເຫຼັກ : 


ປັນວິທີການເດີນສາຍທີ່ສະດວກ ແລະ ວ່ອງໄວວິທີໜຶ່ງ ທໍ່ພີວີຊີສຳລັບເດີນສາຍໄຟຈະເປັນສີເຫຼືອງ ສ່ວນອຸປະກອນຕໍ່ທໍ່ ແລະ ວິທີການຕໍ່ຈະຄືກັນການຕໍ່ທໍ່ນ້ຳ ໃນການເຂົ້າມູມຈະໃຊ້ທໍ່ໂຄ້ງເພື່ອສອດສາຍໄດ້ງ່າຍ (ຫ້າມໃຊ້ຂໍ່ງໍພີວີຊີຂອງນ້ຳ) ສາຍໄຟທີ່ໃຊ້ຄວນເປັນສາຍດ່ຽວຊະນິດໄອວີ (IV) ຫຼື ສາຍທີເຮັດດັບເປີນຢູ່ (THW) ການເດີນສາຍດ້ວນທໍ່ພີວີຊີເພີ່ນນິຍົມ ເດີນເທິງເພດານ ຫຼື ຝັງໃນຝາ ຂະໜາດຂອງທໍ່ທີ່ໃຊ້ຄື 1/(2 ) ແລະ 3/4 ນີ້ວ (ເປັນຫົວໜ່ວຍວັດແທກຂອງຂະໜາດທໍ່) ລະຫວ່າງກັບຕໍ່ສາຍຫ້າມງ່ຽງເກີນ 360 ໍC ເພາະຈະເເຮັດໃຫ້ສາຍບໍ່ໄດ້ສາກ

ຮູບທີ: 1 ກັບຕໍ່ສາຍແບບຕ່າງໆ ແລະ ບ້ວງເຮັດທໍ່

ເຕັກນິກການເດີນສາຍດ້ວຍທໍ່ພີວີຊີໄລຍະຫ່ວາງກັບຕໍ່ສາຍ (ຫ້າມໂຄ້ງເກີນ 4 ໂຄ້ງ)

ຮູບທີ: 2 ການເດີນສາຍດ້ວຍທໍ່ລະຫ່ວາງກັບຕໍ່ສາຍ

    ການຕໍ່ສາຍໃນບ໋ອກ ຫຼື ກັບຕໍ່ສາຍ : ກັບຕໍ່ສາຍນີ້ໃຊ້ສຳລັບຕໍ່ສາຍ ຫຼື ເປັນຈຸດດຶງສາຍກໍ່ໄດ້ ເພື່ອຄວາມສະດວກໃນການຊອດສາຍໄຟໄປຫາກັນໃນແຕ່ລະບ໋ອກ, ຂັ້ນຕອນການປິດຝາກັບຕໍ່ສາຍ ເພື່ອບໍ່ໃຫ້ໂຕໜູເຂົ້າໄປກັດສາຍໄຟຟ້າບ່ອນຮອຍຕໍ່ສາຍ ເພາະວ່າຜ່ານມາເຮົາໄດ້ເຫັນບັນຫາໜູກັດສາຍໄຟແລ້ວ ສ່ວນໃຫຍ່ຈະຢູ່ເທິງເພດານບ່ອນຕໍ່ຂອງສາຍໄຟ ພາຍຫຼັງການຕໍ່ສາຍແລ້ວຈະຕ້ອງປິດຝາກັບຕໍ່ສາຍໃຫ້ແໜ້ນຮຽບຮ້ອຍ.

ຮູບທີ: 3 ສະແດງການຕໍ່ສາຍ ແລະ ການປິດຝາກັບຕໍ່ສາຍ

ການເດີນທໍ່ໂລຫະອ່ອນເຂົ້າຫາກັບຕໍ່ສາຍ ຈະໃຊ້ຄອນເນັກເຕີ (ກຽວຢາງໃຊ້ຈັບກັບຢາງ ແລະ ທໍ່) ທີ່ໃຊ້ກັບທໍ່ໂລຫະອ່ອນສະເພາະ ເຊິ່ງຫັນໃຫ້ແໜ້ນດ້ວຍນ໋ອດ ແລະ ຄວນປະສາຍໄວ້ໃຫ້ຍາວພໍທີ່ຈະຕໍ່ກັນໄດ້ປະມານ 30 Cm

ຮູບທີ: 4 ການຕໍ່ສາຍໃນກັບແຍກສາຍ ແລະ ທໍ່ໂລຫະອ່ອນ

2. ການຕິດຕັ້ງບ໋ອກສະວິກ ຫຼື ເຕົ້າປັກສຽບ 

    ກັບກົງຕັກ (ສະວິກ) ຫຼື ເຕົ້າປັກສຽບ ຊຶ່ງສາມາດໃຊ້ຕໍ່ສາຍກໍ່ໄດ້ ຕັດອອກໃຫ້ພໍດີກັບຂະໜາດຂອງສາຍ, ການຕິດຕັ້ງກັບຕໍ່ສາຍຕິດຝາຊີມັງບ່ອນທີ່ເໝາະສົມ,  ໃນກັບຕໍ່ສາຍຈະມີຮອຍໝາຍໄວ້ສຳລັບ ໃຫ້ໃຊ້ຄີມຫັກອອກເປັນບ່ອນສອດສາຍໄຟເຂົ້າ ແລ້ວດຳເນີນຕາມຂັ້ນຕອນຕໍ່ໄປນີ້ :

ຮູບທີ: 5 ສະແດງການຕິດຕັ້ງກົງຕັກ ຫຼື ປັກສຽບ

ເຕັກນິກການຕໍ່ສາຍໃນກັບຕໍ່ສາຍ, ກັບກົງຕັກ ຫຼື ເຕົ້າປັກສຽບ ດຳເນີນຕາມຂັ້ນຕອນຕໍ່ໄປນີ້ :
    1.    ປອກສາຍໃຫ້ຍາວປະມານ 5 - 8 ຊັງຕີແມັດ ແລ້ວວາງສາຍໄຟ ດັ່ງຮູບ :

    2.    ສາຍໄຟອີກເສັ້ນໜຶ່ງນຳມາຕໍ່ກັນໃຫ້ປອກສາຍຄືກັນ ແລ້ວວາງເຕັງກັນໃນຮູຂອງກັບຕໍ່ສາຍ 


    3.    ສາຍທີ່ຕ້ອງການນຳມາຕໍ່ກໍ່ປອກສາຍຄືກັນ ບໍ່ຕ້ອງຄຽນເທບບ່ອນຮອຍຕໍ່ ເມື່ອຕໍ່ຄົບແລ້ວໃຫ້ປິດຝາພ້ອມຫັນນ໋ອດໃຫ້ແໜ້ນ

ຮູບທີ: 6 ສະແດງການຕິດຕັ້ງກັບຕໍ່ສາຍໄຟຟ້າ

ການເດີນສາຍດ້ວຍທໍ່ກໍ່ມີຄວາມສວຍງາມ ອີກແບບໜຶ່ງອີງຕາມຄວາມສາມາດຂອງຜູ້ຊົມໃຊ້

  
ຮູບທີ: 7 ສະແດງການຕິດຕັ້ງດ້ວຍການເດີນສາຍໃນທໍ່