ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

ການຕິດຕັ້ງໄຟຟ້າໃນອາຄານ

 1. ຄວາມໝາຍຂອງການຕິດຕັ້ງໄຟຟ້າໃນອາຄານ.

    ໄຟຟ້າເປັນພະລັງງານທີ່ມີຄວາມສຳຄັນຕໍ່ມະນຸດຫຼາຍທີ່ສຸດພະລັງງານໜຶ່ງ, ສັງເກດໄດ້ຈາກສິ່ງຂອງເຄື່ອງໃຊ້ໄຟຟ້າ, ເຄື່ອງອຳນວຍຄວາມສະດວກຕ່າງໆລ້ວນອາໄສພະລັງງານໄຟຟ້າທັງນັ້ນ, ປະຈຸບັນນີ້ຊີວິດການເປັນຢູ່ຂອງທຸກໆຄົນ, ທຸກໆຄົວເຮືອນມີຄວາມຈໍາເປັນຕ້ອງໄດ້ໃຊ້ພະລັງງານໄຟຟ້າ ເພື່ອໃຫ້ເກີດແສງສະຫວ່າງ ແລະ ໃຊ້ກັບເຄື່ອງໃຊ້ທີ່ສົ່ງຜົນພະລັງງານອື່ນໆ ເຊັ່ນ:  ພະລັງງານຄວາມຮ້ອນ, ພະລັງານງານກົນເປັນຕົ້ນ. ການສຶກສາເລື່ອງການຕິດຕັ້ງໄຟຟ້າພາຍໃນເຮືອນມີຄວາມສຳຄັນ ແລະ ຈຳເປັນສຳລັບທຸກຄົນ, ເນື່ອງຈາກເຮັດໃຫ້ເຮົາສາມາດນໍາໃຊ້ເຄື່ອງມື, ເຄື່ອງໃຊ້ໄດ້ຢ່າງຖືກຕ້ອງມີປະສິດທິພາບແລ້ວ, ຍັງສາມາດນຳພະລັງງານໄຟຟ້າໄປໃຊ້ໃຫ້ປະໂຫຍດໃນຂັ້ນພື້ນຖານໄດ້ຢ່າງຖຶກວິທີ, ເຊິ່ງຈະເປັນການປະຫຍັດຄ່າໃຊ້ຈ່າຍພາຍໃນເຮືອນອີກດ້ວຍ.

     ດັ່ງນັ້ນການຕິດຕັ້ງໄຟຟ້າພາຍໃນອາຄານໝາຍເຖິງການຕິດຕັ້ງອຸປະກອນໄຟຟ້າ ແລະ ການເດີນສາຍໄຟພາຍໃນເຮືອນ, ເລີ່ມຈາກແຫ່ງຈ່າຍໄຟ, ລວມໄປເຖິງອຸປະກອນປ້ອງກັນ ແລະ ເຄື່ອງໃຊ້ໄຟຟ້າແຕ່ລະຕົວ ຫຼື ເວົ້າອີກຢ່າງໜຶ່ງວ່າເປັນການນຳເອົາຊິ້ນສ່ວນຕ່າງໆທີ່ເປັນວັດຖຸ ແລະ  ອຸປະກອນໄຟຟ້າມາລວມກັນໃຫ້ເປັນຮູບຮ່າງຕາມທີ່ຕ້ອງການ, ເພື່ອໃຫ້ອຸປະກອນສາມາດເຮັດວຽກໄດ້ ເຊັ່ນ: ການຕິດຕັ້ງຄັດອ້າວ (Cut Out), ການຕິດຕັ້ງກະດານໄຟ (Control Borad, ການຕິດຕັ້ງປັກສຽບ (Socket), ການຕິດຕັ້ງດອກໄຟຕາແມວ (Downlight), ການຕິດຕັ້ງສະວິດ (Switch), ການຕິດຕັ້ງຫຼອດໄຟນີອອນ (FluorescentLight) ອື່ນໆ.

2. ຫຼັກການຕິດຕັ້ງໄຟຟ້າພາຍໃນອາຄານ

ການປະຕິບັດວຽກງານກ່ຽວກັບການຕິດຕັ້ງໄຟຟ້າພາຍໃນເຮືອນ ຄວນຄຳນຶງເຖິງ 4 ຫຼັກການຕໍ່ໄປນີ້ :

  • ຄວາມປອດໄພ : ການຕິດຕັ້ງໄຟຟ້າທີ່ຜິດວິທີ, ບໍ່ຖິກຕ້ອງຕາມເຕັກນິກ, ອາດຈະພາໃຫ້ເກີດບັນຫາຕ່າງໆຫຼາຍຢ່າງ, ໂດຍສະເພາະແມ່ນເກີດອັກຄີໄພພາຍໃນເຮືອນໄດ້, ດັ່ງນັ້ນການປະຕິບັດວຽກງານກ່ຽວກັບການຕິດຕັ້ງໄຟຟ້າພາຍໃນເຮືອນເຮົາຕ້ອງຮູ້ຈັກວິທີການເລືອກສາຍໄຟຟ້າໃຫ້ຖຶກຕ້ອງຕາມເຕັກນິກ, ຖຶກຕ້ອງກັບຊະນິດອຸປະກອນໄຟຟ້າ, ຕ້ອງເລືອກວັດສະດຸອຸປະກອນທີ່ມີຄຸນນະພາບ ຫຼື ມີມາດຕະຖານຈາກໂຮງງານອຸດສາຫະກຳຜູ້ຜະລິດຄັກແນ່, ເພື່ອໃຫ້ມີຄວາມສວຍງາມ, ແຂງແຮງ, ທົນທານ ແລະ ມີຄວາມປອດໄພໃນການໃຊ້ໄຟຟ້າ.
  • ຄວາມປະຢັດ : ຕ້ອງຮູ້ຈັກວິທີຄິດໄລ່, ປະເມີນມູນຄ່າວັດສະດຸອຸປະກອນທີ່ຈະນໍາໃຊ້ໃນການຕິດຕັ້ງ, ຕ້ອງຈັດວາງອຸປະກອນໃຫ້ມີຄວາມເໝາະສົມ, ຮູ້ຈັກເລືອກໃຊ້ອຸປະກອນທີ່ມີຄຸນນະພາບ, ລາຄາເໝາະສົມ, ບໍ່ແພງຈົນເກີນໄປ, ໃນການເພື່ອຂະໜາດສາຍໄຟ ແລະ ຄວາມຍາວຂອງສາຍໄຟໃຫ້ຖຶກຕ້ອງ ແລະ ບໍ່ຄວນເພື່ອໄວ້ຫຼາຍຄົນເກີນໄປ.
  • ຄວາມເປັນລະບຽບຮຽບຮ້ອຍ : ການຕິດຕັ້ງອຸປະກອນໄຟຟ້າ, ການຕັດສາຍ, ການເຂົ້າຫົວຕ້ອງໃຫ້ມີຄວາມສວຍງາມ, ເປັນລະບຽບຮຽບຮ້ອຍ, ນອກຈາການປະຕິບັດວຽກງານໃຫ້ຖຶກຕ້ອງຕາມເຕັກນິກແລ້ວ ເຮົາຕ້ອງມີຈັນຍາບັນຂອງຸຄວາມເປັນຊ່າງເຕັກນິກ, ຊ່າງໄຟ ຄື ຕ້ອງອານາໄມສິ່ງເສດເຫຼືອ, ສົ້ນສາຍໄຟ ຫຼື ຂີ້ເຫຍື້ອຕ່າງໆຢູ່ຈຸດທີເຮົາຕິດຕັ້ງໃຫ້ຮຽບຮ້ອຍເພື່ອຄວາມສວຍງາມ.
  • ຄວາມເໝາະສົມ : ຕ້ອງຕິດຕັ້ງອຸປະກອນໄຟຟ້າໃຫ້ມີຄວາມເໝາະສົມກັບຕໍາແໜ່ງ, ຕິດຕັ້ງໃຫ້ຖຶກກັບຄວາມຕ້ອງການຂອງຜູ້ຊົມໃຊ້, ຕ້ອງຄໍານຶງເຖິງຄວາມຕ້ອງການໃນການນໍາໃຊ້ໄຟຟ້າເພີມເຕີມໃນອານາຄົດ, ອາດມີການຊື້ເຄື່ອງໃຊ້ໄຟຟ້າເຂົ້າມາໃຊ້ໃນເຮືອນຕື່ມອີກ.
3. ການເດີນສາຍໄຟຟ້າໃນອາຄານ
    ການເດີນສາຍໄຟຟ້າໃນອາຄານແບ່ງອອກເປັນ 2 ແບບດັ່ງນີ້ :
  • ແບບເປີດ : ການເດີນສາຍໄຟຟ້າແບບເປິດ ຫຼື ເວົ້າອີກຢ່າງໜຶ່ງວ່າ "ການເດີນສາຍແບບລອຍ" ເຊິ່ງເຮົາສາມາດເບິ່ງເຫັນສາຍໄຟຟ້າໄດ້ຢ່າງຊັດເຈນ ເຊັ່ນ: ການເດີນສາຍໄຟດ້ວຍກິບຮັດສາຍ. ການເດີນສາຍໄຟແບບນີ້ຈະໃຊ້ສະເພາະແຕ່ພາຍໃນເຮືອນ, ບໍ່ຄວນເດີນນອກອາຄານ, ເພາະແສງແດດຈະເຮັດໃຫ້ສະນວນຫຸ້ມສາຍໄຟເຊື່ອມຄຸນນະພາບ ແລະ ຖ້າຖຶກນໍ້າຝົນຈະເຮັດໃຫ້ໄຟຟ້າລັດວົງຈອນໄດ້.
  • ແບບປີດ : ສາຍໄຟຟ້າຈະຖຶກຊ່ອນໄວ້ຢ່າງດີ ເຊິ່ງເຮົາບໍ່ສາມາດເບິ່ງເຫັນສາຍໄຟໄດ້ ເພື່ອເປັນການປ້ອງກັນການກະແທກຈາກອຸປະກອນພາຍນອກ ແລະ ເພື່ອຄວາມສວຍງາມ ເຊັ່ນ: ການເດີນສາຍໃນລາງວາຍເວ (Wire Way PVC), ການເດີນສາຍໃນທໍ່ຢາງ PVC, ການເດີນສາຍໃນທໍ່ເຫຼັກ, ການເດີນສາຍໃນລາງ (Cable Tray) ເປັນຕົ້ນ.