ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

ວິທີການເດີນສາຍໄຟດ້ວຍກິບ

1. ວິທີການເດີນສາຍໄຟດ້ວຍກິບ

    ກິບຮັດສາຍ: ເຮັດດ້ວຍອາລູມິນຽມ Alumimium ບາງໆ, ມີຮູສູນກາງສຳລັບຕອກຕະປູຢຶດກັບຝາ, ຂະໜາດກິບຮັດສາຍຕາມມາດຕະຖານຈະລະບຸເປັນເບີຄື: ເບີ 0, 1, 2, 3, 4, 5, 6, 7. ກິບຮັດສາຍເບີ 0 ຈະມີຂະໜາດນ້ອຍທີ່ສຸດ ແລະ ເບີ 7 ເປັນຂະໜາດໃຫຍ່ສຸດ, ເຊິ່ງເບີ 3 ຂຶ້ນໄປຈະມີຮູສຳລັບຕອກຕະປູ 2 ຮູ.

1.1 ການໃຊ້ສາຍໄຟ 

    ສາຍໄຟ ໂດຍທົ່ວໄປຈະນິຍົມໃຊ້ສາຍໄຟທີ່ມີ 2 ແກນ Two Core, ເປັນສາຍສີຂຽວ ຫຼື ຮຽກວ່າສາຍ VAF, ມີສະນວນຫຸ້ມ 2 ຊັ້ນ, ສາມາດດັດງໍ, ໂຄ້ງໄປມາໄດ້ດີ, ມີອາຍຸການໃຊ້ງານນານກ່ວາ 10 ປີ ແລະ ເຮົາຕ້ອງຮູ້ຂະໜາດສາຍໄຟ ກັບ ຈໍານວນສາຍທີ່ຈະໃຊ້ເດີນໃນຈຸດນັ້ນ, ເຊິ່ງຂະໜາດຂອງສາຍຈະບອກເປັນ Square Milliter (mm2), ຖ້າເຮົາໃຊ້ສາຍໄຟຂະໜາດນ້ອຍເກີນໄປຈະເຮັດໃຫ້ສາຍໄຟຮ້ອນຈົນສະນວນກັນໄຟລະລາຍໄດ້.
ຮູບທີ: 1 ສະແດງສາຍໄຟໄຟ້າທີ່ໃຊ້ໃນການເດີນສາຍດ້ວຍກີບຮັດສາຍ

1.2 ການໃຊ້ກິບຮັດສາຍ 

    ຖ້າຫາກສາຍໄຟເສັ້ນນ້ອຍ ຫຼື ເສັັນດຽວ ເຮົາຄວນເລືອກຂະໜາດກິບຮັດສາຍໃຫ້ພໍດີ ເພື່ອໃຫ້ສະດວກໃນການປະຕິບັດວຽກງານ, ແຕ່ຖ້າຫາກສາຍໄຟຫຼາຍກ່ວາ 2 ເສັ້ນຂື້ນໄປ, ຕົວຢ່າງມີ 3-4 ເສັ້ນ ຖ້າເຮົາໃຊ້ກີບຮັດສາຍເບີໃຫຍ່ຕົວດຽວ, ຈະເຮັດໃຫ້ການປະຕິບັດວຽກງານງ່າຍຂື້ນ, ວອງໄວຂື້ນ, ແຕ່ຕ້ອງຄໍານຶງເຖິງຄວາມແຂງແຮງ, ຄວາມແໜ້ນໜາລະຫວ່າງສາຍໄຟຢຶດຕິດກັບຝາເຮືອນອີກດ້ວຍ, ລາຍລະອຽດການນໍາໃຊ້ກິບຮັດສາຍມີດັ່ງລຸ່ມນີ້:
  •   ເບີ 0 ໃຊ້ຮັດສາຍໄຟຂະໜາດ 2 x 0,5 mm2
  •   ເບີ 1 ໃຊ້ຮັດສາຍຂະໜາດ 2 x 1,0 mm2
  •   ເບີ 2 ໃຊ້ຮັດສາຍຂະໜາດ  2 x 2,5 mm2
  •   ເບີ 3 ໃຊ້ຮັດສາຍຂະໜາດ 2 x 4  mm2 
  •   ສ່ວນກິບໃຫຍ່ສາມາດຮັດສາຍນ້ອຍໄດ້ຫຼາຍ ໃຊ້ເຮັດສາຍຕາມຄວາມເໝາະສົມ

ຮູບທີ: 2 ສະແດງການໃຊ້ກິບຮັດສາຍໄຟໄຟ້າ

1.3 ການຕີເສັ້ນ ແລະ ການຢ້ຳຈຸດ

    ການຕີເສັ້ນ: ເຊືອກຕີເສັ້ນມີຂາຍຕາມຮ້ານຂາຍອຸປະກອນໄຟຟ້າ, ຕາມທ້ອງຕະຫຼາຍທົ່ວໄປ, ເຊືອກຕີເສັ້ນຈະມ້ວນຢູ່ໃນກັບ, ເມື່ອດຶງອອກຈະມີຝຸ່ນສີແດງຕິດອອກມາພ້ອມ, ເວລາຕີສາຍໃຫ້ມັດປາຍເຊືອກເຂົ້າກັບຕະປູ, ດຶງເຊືອກໃຫ້ເຄັ່ງ, ແລ້ວໃຊ້ມືດີດເຊືອກໄປກະທົບກັບຝາຂອງອາຄານ, ເພື່ອເປັນບັນທັດໃຫ້ໝາຍຈຸດຕອກກິບຮັດສາຍໄຟ. 

       ຂໍ້ດີຂອງການຕີເສັ້ນຄື : 

  • ຮູ້ຕໍາແໜ່ງຕອກຕະປູ.
  • ບໍ່ເສຍເວລາເລັງ ໃນການຕອກຕະປູດອກທັດໄປ.
  • ສາມາດເຮັດວຽກໄດ້ໄວຂື້ນ.
  • ເຮັດໃຫ້ສາຍໄຟຊື່ ມີຄວາມສວຍງາມ.

ຮູບທີ: 3 ເຊືອກຕີເສັ້ນ ຫຼື ເຕົ້າດີດສາຍ

    ການຢ້ຳຈຸດ: ໃນການຕອກເຫຼັກຕະປູໃຫ້ກິບຮັດສາຍແໝ້ນນັ້ນເປັນເລື່ອງຍາກ, ຫຼັງຈາກຕີເສັ້ນແລ້ວກ່ອນຈະຕອກຕະປູ ຖ້າຫາກຝາເຮືອນເປັນໄມ້ ເຮົາສາມາດຕອກຕະປູໃສ່ໄດ້ເລີຍ, ແຕ່ຖ້າຫາກເປັນຝາຊີມັງ, ເຮົາຈະຕ້ອງໃຊ້ເຫຼັກຢໍ້າຈຸດ, ຕອກເພື່ອຢໍ້າຈຸດ, ໝາຍບ່ອນຈະຕອກຕະປຸຕາມເສັ້ນທີ່ເຮົາຕີນັ້ນກ່ອນ, ຕະປູຂະໜາດ 3/8 ນິ້ວສຳລັບຕອກຝາໄມ້ ແລະ ຂະໜາດ 1/2 ນິ້ວ ສຳລັບຝາຊີມັງ, ໄລຍະຫ່າງແຕ່ລະກິບປະມານ 10 - 15 Cm,  ສໍາລັບບ່ອນ​ທີ່​ມີ​ອຸ­ປະ­ສັກ​ເຊັ່ນ: ຫຼ່ຽມ​ເສົາໃກ້​ກັບ​ເຄື່ອງ­ໃຊ້​ໄຟເຂົ້າ​ຫາ​ກະ­ດານ ໄລ­ຍະ​ຫ່າງ​ຂອງ​ການ​ຕ໋ອກ​ກິ​ບ​ແມ່ນ 3 - 5 Cm, ແຕ່ບໍ່ໃຫ້ຫ່າງເຖິງ 20 Cm ເພື່ອ​ຄວາມ​ແໜ້ນ​ໜາ, ສ່ວນຫຼາຍໃນການປະຕິບັດຕົວຈິງຈະໃຊ້ຫົວຄ້ອນຕີວັດແທກເອົາເລີຍ.

ຮູບທີ: 4  ສະແດງໄລຍະຫ່າງ ແລະ ການຢ້ຳຈຸດ

1.4 ການຕອກຕະປູ

   ກ່ອນຈະຕອກຕະປູ ເຮົາຕ້ອງນີບກິບຮັດສາຍໃສ່ກັບຕະປູກ່ອນ, ໂດຍການຊອດຕະປູໃສ່ຮູຂອງກິບຮັດສາຍແລ້ວພັບກິບຮັດສາຍເຂົ້າຫາກັນໃຫ້ເປັນປີກ, ເພື່ອໃຊ້ຈັບໃນເວລາຕອກຕະປູ, ການຕອກຕະປູແມ່ນຈະເລີ່ມຈາກເຄື່ອງໃຊ້ໄຟໄຟ້າ ເຊັ່ນ: ດອກໄຟ, ພັດລົມ, ແລະ ປັກສຽບຕ່າງໆ ເຂົ້າໄປຫາກະດານໄຟ, ຫາກຈຸດຂອງເຄື່ອງໃຊ້ໄຟຟ້າມີພຽງສາຍໄຟເສັ້ນດຽວໃຫ້ໃຊ້ກິບເບີນ້ອຍ ເບີ 0,1, ຖ້າເປັນສາຍປັກສຽບກໍ່ແມ່ນເບີ 2, ເມື່ອສາຍມາພົບກັນຈຳເປັນຕ້ອງມີການປ່ຽນເບີກິບໃຫ້ໃຫຍ່ຂຶ້ນຕາມຂະໜາດຂອງສາຍໄຟຫຼາຍ ຫຼື ໜ້ອຍ.

ຮູບທີ: 5 ຮູບສະແດງພັບກິບ ແລະ ການຕອກກິບເຮັດສາຍ

1.5. ວິທີການຮັດກິບຕາມສາຍໄຟຟ້າ

    ກ່ອນຈະຮັດກິບ ກ່ອນອື່ນເຮົາລີດສາຍໄຟໃຫ້ຊື່ສາກ່ອນ, ບໍ່ໃຫ້ສາຍໄຟບິດງໍ, ໂດຍໃຊ້ຜ້າແພທີ່ປຽກເລັກໜ້ອຍລີດຈົນໃຫ້ສາຍໄຟຟ້າຊື່ຕົງ, ເມື່ອນໍາມານີບໃສ່ກິບຮັດສາຍຈະມີຄວາມລຽບນຽນ, ສວຍງາມ, ການນິບກິບໃຫ້ວາງສາຍໄຟໃສ່ກິບຮັດສາຍ, ຫາກມີຫຼາຍສາຍໃຫ້ຈັດລຽງຕິດກັນ, ໃຊ້ມືກົດສາຍໄຟໃຫ້ແໜ້ນ, ດຶງສົ້ນກິບໃຫ້ຕຶງແລ້ວນີບກິບຮັດສາຍເຂົ້າຫາກັນ, ຫຼັງຈາກນັ້ນໃຊ້ຄອນຕີເຄາະເບົາໆ ເພື່ອໃຫ້ກິບຮັດສາຍລຽບນຽນຕິດກັບສາຍໄຟ, ໃຫ້ເບິ່ງສວຍງາມ.

 ການຮັດກິບ

ການຕີກິບຮັດາສາຍຝາໄມ້  
 
ການຕີກິບຮັດສາຍຝາຊີມັງ


ຮູບທີ: 6 ສະແດງການເດີນສາຍໄຟດ້ວຍກິບຮັດສາຍ