ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

Tia Portal ແມ່ນຫຍັງ?

         Tia Portal (Totally Integrated Automation) ເປັນໂປຣແກຣມຊອບແວຈາກ Siemens ສໍາຫຼັບການຂຽນໂປຣແກຣມໃຫ້ກັບ  PLC, HMI, SCADA, Drive, Servo ຍີ້ຫໍ້ Siemens, ໂດຍຈະເປັນ Platform ຂອງໂປຣແກຣມລຸ້ນໃໝ່ລວມລະບົບ PLC, HMI, SCADA, Drive, Servo ເຂົ້າກັນໃນຕົວດຽວ, ເຮົາສາມາດລົງໂປຣແກຣມແລ້ວໃຊ້ງານໄດ້ກັບຫຼາຍລຸ້ນຂອງ PLC ຍີ້ຫໍ້ Siemens ເຊັ່ນ: S7-300, S7-400, S7-1200, S7-1500 ໄດ້, ໃນປະຈຸບັນນີ້ທາງ Siemens ໄດ້ຍົກເລີກການຜະລິດ ແລະ ຢຸດພັດທະນາລຸ້ນ S7-200 ແລ້ວ, ແຕ່ຍັງມີການຜະລິດລຸ້ນ S7-200 Smart ໃຊ້ໃນປະເທດຈີນ, ເຊີ່ງຈະໃຊ້ໂປຮແກຣມສະເພາະທີ່ເປັນພາສາຈີນ ແລະ ນໍາໃຊ້ສໍາຫຼັບລະບົບປະຕິບັກການ Windows ທີ່ເປັນພາສາຈີນເທົ່ານັ້ນ. ໃນການຂຽນໂປຣແກຣມ ຫຼື ຂຽນ Code ໃນ Tia Portal ສ່ວນໃຫຍ່ຈະເປັນການຈັບດຶງ, ລາກເອົາບ໋ອກ Graphic ມາວາງໃສ່ໜ້າຕ່າງບ່ອນຂຽນໂປຣແກຣມແລ້ວກໍານົດລະຫັດ, ກໍານົດຄ່າໃຫ້ມັນ, ເພື່ອໃຫ້ລະບົບຂອງໂປຣແກຣມຄໍານວນ ແລະ ປະມວນຜົນຕາມຄໍາສັ່ງທີ່ເຮົາສ້າງຂື້ນ. ນອກນັ້ນເຮົາຍັງສາມາດນໍາໃຊ້ໂປຣແກຣມຈໍາລອງ Simulation ທີ່ມີປະສິດທິພາບຄາຍຄືອຸປະກອນຕົວຈິງທີ່ມາພ້ອມກັບ Tia Portal ເພື່ອທົດຊອບການທໍາງານ Code ຫຼື ຄໍາສັ່ງທີ່ເຮົາຂຽນໄດ້, ເພື່ອໃຫ້ແນ່ໃຈວ່າການທໍາງານຂອງຄໍາສັ່ງຕ່າງໆວ່າມີຄວາມຖືກຕ້ອງ.

        Tia Portal ຈະມີຫຼາຍ Version ໂດຍມີການແກ້ໄຂຈຸດບົກຜ່ອງຕ່າງໆແລ້ວມີການ Update Version ໃໝ່ຂື້ນມາ, ເພື່ອໃຫ້ສາມາດຮອງຮັບກັບລະບົບເຕັກໂນໂລຊີໃໝ່, ລະບົບ Interface, ການສື່ສານ Communication, ລະບົບ Graphic, ລະບົບປະຕິບັດການ Operating System Window ລຸ້ນໃໝ່.