ດັ່ງນັ້ນການຕິດຕັ້ງໄຟຟ້າພາຍໃນອາຄານໝາຍເຖິງການຕິດຕັ້ງອຸປະກອນໄຟຟ້າ ແລະ ການເດີນສາຍໄຟພາຍໃນເຮືອນ, ເລີ່ມຈາກແຫ່ງຈ່າຍໄຟ, ລວມໄປເຖິງອຸປະກອນປ້ອງກັນ ແລະ ເຄື່ອງໃຊ້ໄຟຟ້າແຕ່ລະຕົວ ຫຼື ເວົ້າອີກຢ່າງໜຶ່ງວ່າເປັນການນຳເອົາຊິ້ນສ່ວນຕ່າງໆທີ່ເປັນວັດຖຸ ແລະ ອຸປະກອນໄຟຟ້າມາລວມກັນໃຫ້ເປັນຮູບຮ່າງຕາມທີ່ຕ້ອງການ, ເພື່ອໃຫ້ອຸປະກອນສາມາດເຮັດວຽກໄດ້ ເຊັ່ນ: ການຕິດຕັ້ງຄັດອ້າວ (Cut Out), ການຕິດຕັ້ງກະດານໄຟ (Control Borad, ການຕິດຕັ້ງປັກສຽບ (Socket), ການຕິດຕັ້ງດອກໄຟຕາແມວ (Downlight), ການຕິດຕັ້ງສະວິດ (Switch), ການຕິດຕັ້ງຫຼອດໄຟນີອອນ (FluorescentLight) ອື່ນໆ.
2. ຫຼັກການຕິດຕັ້ງໄຟຟ້າພາຍໃນອາຄານ
ການປະຕິບັດວຽກງານກ່ຽວກັບການຕິດຕັ້ງໄຟຟ້າພາຍໃນເຮືອນ ຄວນຄຳນຶງເຖິງ 4 ຫຼັກການຕໍ່ໄປນີ້ :
- ຄວາມປອດໄພ : ການຕິດຕັ້ງໄຟຟ້າທີ່ຜິດວິທີ, ບໍ່ຖິກຕ້ອງຕາມເຕັກນິກ, ອາດຈະພາໃຫ້ເກີດບັນຫາຕ່າງໆຫຼາຍຢ່າງ, ໂດຍສະເພາະແມ່ນເກີດອັກຄີໄພພາຍໃນເຮືອນໄດ້, ດັ່ງນັ້ນການປະຕິບັດວຽກງານກ່ຽວກັບການຕິດຕັ້ງໄຟຟ້າພາຍໃນເຮືອນເຮົາຕ້ອງຮູ້ຈັກວິທີການເລືອກສາຍໄຟຟ້າໃຫ້ຖຶກຕ້ອງຕາມເຕັກນິກ, ຖຶກຕ້ອງກັບຊະນິດອຸປະກອນໄຟຟ້າ, ຕ້ອງເລືອກວັດສະດຸອຸປະກອນທີ່ມີຄຸນນະພາບ ຫຼື ມີມາດຕະຖານຈາກໂຮງງານອຸດສາຫະກຳຜູ້ຜະລິດຄັກແນ່, ເພື່ອໃຫ້ມີຄວາມສວຍງາມ, ແຂງແຮງ, ທົນທານ ແລະ ມີຄວາມປອດໄພໃນການໃຊ້ໄຟຟ້າ.
- ຄວາມປະຢັດ : ຕ້ອງຮູ້ຈັກວິທີຄິດໄລ່, ປະເມີນມູນຄ່າວັດສະດຸອຸປະກອນທີ່ຈະນໍາໃຊ້ໃນການຕິດຕັ້ງ, ຕ້ອງຈັດວາງອຸປະກອນໃຫ້ມີຄວາມເໝາະສົມ, ຮູ້ຈັກເລືອກໃຊ້ອຸປະກອນທີ່ມີຄຸນນະພາບ, ລາຄາເໝາະສົມ, ບໍ່ແພງຈົນເກີນໄປ, ໃນການເພື່ອຂະໜາດສາຍໄຟ ແລະ ຄວາມຍາວຂອງສາຍໄຟໃຫ້ຖຶກຕ້ອງ ແລະ ບໍ່ຄວນເພື່ອໄວ້ຫຼາຍຄົນເກີນໄປ.
- ຄວາມເປັນລະບຽບຮຽບຮ້ອຍ : ການຕິດຕັ້ງອຸປະກອນໄຟຟ້າ, ການຕັດສາຍ, ການເຂົ້າຫົວຕ້ອງໃຫ້ມີຄວາມສວຍງາມ, ເປັນລະບຽບຮຽບຮ້ອຍ, ນອກຈາການປະຕິບັດວຽກງານໃຫ້ຖຶກຕ້ອງຕາມເຕັກນິກແລ້ວ ເຮົາຕ້ອງມີຈັນຍາບັນຂອງຸຄວາມເປັນຊ່າງເຕັກນິກ, ຊ່າງໄຟ ຄື ຕ້ອງອານາໄມສິ່ງເສດເຫຼືອ, ສົ້ນສາຍໄຟ ຫຼື ຂີ້ເຫຍື້ອຕ່າງໆຢູ່ຈຸດທີເຮົາຕິດຕັ້ງໃຫ້ຮຽບຮ້ອຍເພື່ອຄວາມສວຍງາມ.
- ຄວາມເໝາະສົມ : ຕ້ອງຕິດຕັ້ງອຸປະກອນໄຟຟ້າໃຫ້ມີຄວາມເໝາະສົມກັບຕໍາແໜ່ງ, ຕິດຕັ້ງໃຫ້ຖຶກກັບຄວາມຕ້ອງການຂອງຜູ້ຊົມໃຊ້, ຕ້ອງຄໍານຶງເຖິງຄວາມຕ້ອງການໃນການນໍາໃຊ້ໄຟຟ້າເພີມເຕີມໃນອານາຄົດ, ອາດມີການຊື້ເຄື່ອງໃຊ້ໄຟຟ້າເຂົ້າມາໃຊ້ໃນເຮືອນຕື່ມອີກ.
- ແບບເປີດ : ການເດີນສາຍໄຟຟ້າແບບເປິດ ຫຼື ເວົ້າອີກຢ່າງໜຶ່ງວ່າ "ການເດີນສາຍແບບລອຍ" ເຊິ່ງເຮົາສາມາດເບິ່ງເຫັນສາຍໄຟຟ້າໄດ້ຢ່າງຊັດເຈນ ເຊັ່ນ: ການເດີນສາຍໄຟດ້ວຍກິບຮັດສາຍ. ການເດີນສາຍໄຟແບບນີ້ຈະໃຊ້ສະເພາະແຕ່ພາຍໃນເຮືອນ, ບໍ່ຄວນເດີນນອກອາຄານ, ເພາະແສງແດດຈະເຮັດໃຫ້ສະນວນຫຸ້ມສາຍໄຟເຊື່ອມຄຸນນະພາບ ແລະ ຖ້າຖຶກນໍ້າຝົນຈະເຮັດໃຫ້ໄຟຟ້າລັດວົງຈອນໄດ້.
- ແບບປີດ : ສາຍໄຟຟ້າຈະຖຶກຊ່ອນໄວ້ຢ່າງດີ ເຊິ່ງເຮົາບໍ່ສາມາດເບິ່ງເຫັນສາຍໄຟໄດ້ ເພື່ອເປັນການປ້ອງກັນການກະແທກຈາກອຸປະກອນພາຍນອກ ແລະ ເພື່ອຄວາມສວຍງາມ ເຊັ່ນ: ການເດີນສາຍໃນລາງວາຍເວ (Wire Way PVC), ການເດີນສາຍໃນທໍ່ຢາງ PVC, ການເດີນສາຍໃນທໍ່ເຫຼັກ, ການເດີນສາຍໃນລາງ (Cable Tray) ເປັນຕົ້ນ.
4. ວິທີການເດີນສາຍໄຟດ້ວຍກິບຮັດສາຍ
ກິບຮັດສາຍ: ເຮັດດ້ວຍອາລູມິນຽມ Alumimium ບາງໆ, ມີຮູສູນກາງສຳລັບຕອກຕະປູຢຶດກັບຝາ, ຂະໜາດກິບຮັດສາຍຕາມມາດຕະຖານຈະລະບຸເປັນເບີຄື: ເບີ 0, 1, 2, 3, 4, 5, 6, 7. ກິບຮັດສາຍເບີ 0 ຈະມີຂະໜາດນ້ອຍທີ່ສຸດ ແລະ ເບີ 7 ເປັນຂະໜາດໃຫຍ່ສຸດ, ເຊິ່ງເບີ 3 ຂຶ້ນໄປຈະມີຮູສຳລັບຕອກຕະປູ 2 ຮູ.
4.1 ການໃຊ້ສາຍໄຟ


4.2 ການໃຊ້ກິບຮັດສາຍ
- ເບີ 0 ໃຊ້ຮັດສາຍໄຟຂະໜາດ 2 x 0,5 mm2
- ເບີ 1 ໃຊ້ຮັດສາຍຂະໜາດ 2 x 1,0 mm2
- ເບີ 2 ໃຊ້ຮັດສາຍຂະໜາດ 2 x 2,5 mm2
- ເບີ 3 ໃຊ້ຮັດສາຍຂະໜາດ 2 x 4 mm2
- ສ່ວນກິບໃຫຍ່ສາມາດຮັດສາຍນ້ອຍໄດ້ຫຼາຍ ໃຊ້ເຮັດສາຍຕາມຄວາມເໝາະສົມ

4.3 ການຕີເສັ້ນ ແລະ ການຢ້ຳຈຸດ
ການຕີເສັ້ນ: ເຊືອກຕີເສັ້ນມີຂາຍຕາມຮ້ານຂາຍອຸປະກອນໄຟຟ້າ, ຕາມທ້ອງຕະຫຼາຍທົ່ວໄປ, ເຊືອກຕີເສັ້ນຈະມ້ວນຢູ່ໃນກັບ, ເມື່ອດຶງອອກຈະມີຝຸ່ນສີແດງຕິດອອກມາພ້ອມ, ເວລາຕີສາຍໃຫ້ມັດປາຍເຊືອກເຂົ້າກັບຕະປູ, ດຶງເຊືອກໃຫ້ເຄັ່ງ, ແລ້ວໃຊ້ມືດີດເຊືອກໄປກະທົບກັບຝາຂອງອາຄານ, ເພື່ອເປັນບັນທັດໃຫ້ໝາຍຈຸດຕອກກິບຮັດສາຍໄຟ.
ຂໍ້ດີຂອງການຕີເສັ້ນຄື :
- ຮູ້ຕໍາແໜ່ງຕອກຕະປູ.
- ບໍ່ເສຍເວລາເລັງ ໃນການຕອກຕະປູດອກທັດໄປ.
- ສາມາດເຮັດວຽກໄດ້ໄວຂື້ນ.
- ເຮັດໃຫ້ສາຍໄຟຊື່ ມີຄວາມສວຍງາມ.
ຮູບທີ: 3 ເຊືອກຕີເສັ້ນ ຫຼື ເຕົ້າດີດສາຍ
ການຢ້ຳຈຸດ: ໃນການຕອກເຫຼັກຕະປູໃຫ້ກິບຮັດສາຍແໝ້ນນັ້ນເປັນເລື່ອງຍາກ, ຫຼັງຈາກຕີເສັ້ນແລ້ວກ່ອນຈະຕອກຕະປູ ຖ້າຫາກຝາເຮືອນເປັນໄມ້ ເຮົາສາມາດຕອກຕະປູໃສ່ໄດ້ເລີຍ, ແຕ່ຖ້າຫາກເປັນຝາຊີມັງ, ເຮົາຈະຕ້ອງໃຊ້ເຫຼັກຢໍ້າຈຸດ, ຕອກເພື່ອຢໍ້າຈຸດ, ໝາຍບ່ອນຈະຕອກຕະປຸຕາມເສັ້ນທີ່ເຮົາຕີນັ້ນກ່ອນ, ຕະປູຂະໜາດ 3/8 ນິ້ວສຳລັບຕອກຝາໄມ້ ແລະ ຂະໜາດ 1/2 ນິ້ວ ສຳລັບຝາຊີມັງ, ໄລຍະຫ່າງແຕ່ລະກິບປະມານ 10 - 15 Cm, ສໍາລັບບ່ອນທີ່ມີອຸປະສັກເຊັ່ນ: ຫຼ່ຽມເສົາ, ໃກ້ກັບເຄື່ອງໃຊ້ໄຟ, ເຂົ້າຫາກະດານ ໄລຍະຫ່າງຂອງການຕ໋ອກກິບແມ່ນ 3 - 5 Cm, ແຕ່ບໍ່ໃຫ້ຫ່າງເຖິງ 20 Cm ເພື່ອຄວາມແໜ້ນໜາ, ສ່ວນຫຼາຍໃນການປະຕິບັດຕົວຈິງຈະໃຊ້ຫົວຄ້ອນຕີວັດແທກເອົາເລີຍ.



4.4 ການຕອກຕະປູ
ກ່ອນຈະຕອກຕະປູ ເຮົາຕ້ອງນີບກິບຮັດສາຍໃສ່ກັບຕະປູກ່ອນ, ໂດຍການຊອດຕະປູໃສ່ຮູຂອງກິບຮັດສາຍແລ້ວພັບກິບຮັດສາຍເຂົ້າຫາກັນໃຫ້ເປັນປີກ, ເພື່ອໃຊ້ຈັບໃນເວລາຕອກຕະປູ, ການຕອກຕະປູແມ່ນຈະເລີ່ມຈາກເຄື່ອງໃຊ້ໄຟໄຟ້າ ເຊັ່ນ: ດອກໄຟ, ພັດລົມ, ແລະ ປັກສຽບຕ່າງໆ ເຂົ້າໄປຫາກະດານໄຟ, ຫາກຈຸດຂອງເຄື່ອງໃຊ້ໄຟຟ້າມີພຽງສາຍໄຟເສັ້ນດຽວໃຫ້ໃຊ້ກິບເບີນ້ອຍ ເບີ 0,1, ຖ້າເປັນສາຍປັກສຽບກໍ່ແມ່ນເບີ 2, ເມື່ອສາຍມາພົບກັນຈຳເປັນຕ້ອງມີການປ່ຽນເບີກິບໃຫ້ໃຫຍ່ຂຶ້ນຕາມຂະໜາດຂອງສາຍໄຟຫຼາຍ ຫຼື ໜ້ອຍ.

ຮູບທີ: 5 ຮູບສະແດງພັບກິບ ແລະ ການຕອກກິບເຮັດສາຍ
4.5. ວິທີການຮັດກິບຕາມສາຍໄຟຟ້າ
ກ່ອນຈະຮັດກິບ ກ່ອນອື່ນເຮົາລີດສາຍໄຟໃຫ້ຊື່ສາກ່ອນ, ບໍ່ໃຫ້ສາຍໄຟບິດງໍ, ໂດຍໃຊ້ຜ້າແພທີ່ປຽກເລັກໜ້ອຍລີດຈົນໃຫ້ສາຍໄຟຟ້າຊື່ຕົງ, ເມື່ອນໍາມານີບໃສ່ກິບຮັດສາຍຈະມີຄວາມລຽບນຽນ, ສວຍງາມ, ການນິບກິບໃຫ້ວາງສາຍໄຟໃສ່ກິບຮັດສາຍ, ຫາກມີຫຼາຍສາຍໃຫ້ຈັດລຽງຕິດກັນ, ໃຊ້ມືກົດສາຍໄຟໃຫ້ແໜ້ນ, ດຶງສົ້ນກິບໃຫ້ຕຶງແລ້ວນີບກິບຮັດສາຍເຂົ້າຫາກັນ, ຫຼັງຈາກນັ້ນໃຊ້ຄອນຕີເຄາະເບົາໆ ເພື່ອໃຫ້ກິບຮັດສາຍລຽບນຽນຕິດກັບສາຍໄຟ, ໃຫ້ເບິ່ງສວຍງາມ.



