ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

ເຂື່ອນໄຟຟ້າພະລັງງານນໍ້າ

I.  ຄວາມຮູ້ພື້ນຖານຂອງເຂື່ອນໄຟຟ້າພະລັງງານນໍ້າ

1.  ພະລັງງານນໍ້າ

ນໍ້າເປັນສິ່ງທີ່ເກິດຂື້ນຈາກທຳມະຊາດ ແລະ ໝູນວຽນໃຫ້ໃຊ້ຢ່າງບໍ່ມີວັນໝົດ ອີກທັງຍັງເປັນປັດໃຈທີ່ສຳຄັນຕໍ່ການດຳລົງຊີວິດຂອງສິ່ງມີຊີວິດທຸກຊະນິດ, ໂດຍສະເພາະແມ່ນມະນຸດເຮົາໃຊ້ປະໂຫຍດທັງການບໍລິໂພກ ແລະ ອຸໂພກ ນອກຈາກນີ້ຍັງໃຊ້ເປັນແຫຼ່ງ​​ພະລັງງານ ໃນການຜະລິດໄຟຟ້າເພື່ອທົດແທນການໃຊ້ເຊື້ອເພິງຈາກຊາກສັດດຶກດຳບັນເຊັ່ນ: ນໍ້າມັນກາທຳມະຊາ, ຖ່ານຫີນ ແລະ ອື່ນໆ ເຊິ່ງສິ່ງເຫຼົ່ານີ້ນັບມື້ນັບລົດໜ້ອຍຖອຍລົງ ດັ່ງນັ້ນນ້ຳຈຶ່ງ​​ເປັນທາງເລືອກໜຶ່ງເພື່ອໃຊ້ເຂົ້າໃນການຜະລິດພະລັງງານໄຟຟ້າ.

2.  ຂະບວນການຜະລິດໄຟຟ້າຂອງເຂື່ອນໄຟຟ້າພະລັງງານນໍ້າ

ພະລັງງານນໍ້າເປັນແຫຼ່ງຜະລິດພະລັງງານໄຟຟ້າທີ່ສຳຄັນອີກຊະນິດໜຶ່ງ, ເຊິ່ງພະລັງງານຊະນິດນີ້ແມ່ນອາໄສນໍ້າຈາກແຫຼ່ງນໍ້າໃນທຳມະຊາດເປັນພະລັງງານໃນການຂັບເຄື່ອນເຄື່ອງຈັກ ໂດຍວິທີການສ້າງເຂື່ອນປິດກັ້ນສາຍນໍ້າໄວ້ ໃຫ້ເປັນອ່າງເກັບນໍ້າທີ່ມີລະດັບຢູ່ໃນທີ່ສູງ ຈົນມີປະລິມານນໍ້າ ແລະ ແຮງດັນພໍພຽງທີ່ຈະນຳມາໝູນກົງຫັນນໍ້າ Turbine ເພື່ອເຮັດໃຫ້ Rotor ຂອງເຄື່ອງກໍາເນີດໄຟຟ້າ Generator ທີ່ຕິດຕັ້ງຢູ່ໃນເຮືອນຈັກ Powerhouse ໝູນໄປຕາມ, ເຮົາກໍຈະໄດ້ພະລັງງານໄຟຟ້າທີ່ສະອາດ.

3.  ຂໍ້ດີຂອງເຂື່ອນໄຟຟ້າພະລັງງານນໍ້າ

    1.    ເປັນພະລັງງານໝູນວຽນທີ່ສະອາດ, ເປັນມິດຕໍ່ສິ່ງແວດລ້ອມ, ບໍ່ມີມົນລະຜິດທາງອາກາດ.

    2.     ບໍ່ມີຄ່າໃຊ້ຈ່າຍໃນການຊື້ເຊື້ອເພີງ ແລະ ຄ່າການບຳລຸງຮັກສາຂ້ອນຂ້າງຕໍ່າ.

    3.    ສາມາດ Start Up ໃຊ້ເວລາພຽງ 3-5 ນາທີ ແລະ ສາມາດຈ່າຍກະແສໄຟຟ້າເຂົ້າລະບົບໄດ້ໄວ, ຮອງຮັບ Load ທີ່ປ່ຽນແປງໄດ້ວ່ອງໄວ.

    4.   ມີຄຸນປະໂຫຍດຢ່າງຫຼວງຫຼາຍເຊັ່ນ: ຜະລິດພະລັງງານໄຟຟ້າ, ເພື່ອເປັນຊົນລະປະທານ, ເປັນເສັ້ນທາງຄົມມະນາຄົມທາງນ້ຳ, ເປັນແຫ່ງທ່ອງທ່ຽວທາງທຳມະຊາດ, ເພື່ອບັນເທົາອຸທົກກະໄພທີ່ເກີດຈາກນ້ຳຖ້ວມ, ເປັນແຫຼ່ງເພາະພັນສັດນ້ຳນານາພັນ ແລະ ອື່ນໆ.

    5.     ມີປະສິດທິພາບສູງ, ມີອາຍຸການໃຊ້ງານຍາວນານ.

4.   ຂໍ້ເສຍຂອງເຂື່ອນໄຟຟ້າພະລັງງານນໍ້າ

           1.    ມີຄ່າໃຊ້ຈ່າຍໃນການລົງທຶນກໍ່ສ້າງໄລຍະຕົ້ນໆສູງ.

   2. ໃນການຜະລິດໄຟຟ້າແມ່ນຂື້ນຢູ່ກັບສະພາວະຂອງນໍ້າຝົນ ຖ້າຫາກປີໃດຝົນຕົກໜ້ອຍອາດຈະມີບັນຫາໃນການຜະລິດໄຟຟ້າໄດ້.

    3.    ອາດຈະມີຜົນກະທົບຕໍ່ສິ່ງແວດລ້ອມເຊັ່ນ: ປ່າໄມ້, ທີ່ຢູ່ອາໃສຂອງສັດປ່າ ແລະ ທີ່ທໍາມາຫາກິນຂອງປະຊາຊົນ.

    4.   ໂຮງໄຟຟ້າພະລັງງານນໍ້າສ່ວນຫຼາຍຈະຢູ່ຫ່າງໄກຈາກຊຸມຊົນຜູ້ຊົມໃຊ້ ດັ່ງນັ້ນຈຶ່ງຕ້ອງມີຄ່າໃຊ້ຈ່າຍໃນການສ້າງລະບົບລາຍສົ່ງ

5.  ພາກສ່ວນອົງປະກອບສຳຄັນຂອງເຂື່ອນໄຟຟ້າ

ສ່ອນປະກອບຫຼັກຂອງເຂື່ອນໄຟຟ້າພະລັງງານນ້ຳມີດັ່ງນີ້:

1)             ອ່າງເກັບນ້ຳ Reservoir

2)             ຕົວເຂື່ອນ Main Dam

3)             ປະຕູລະບາຍນ້ຳລົ້ນ Spillway

4)             ປະຕູລະບາຍຕະກອນ Bottom Outlet

5)             ປະຕູນ້ຳເຂົ້າ Intake Gate

6)             ທໍ່ສົ່ງນ້ຳ Penstock

7)             ວາວປິດ-ເປີດນ້ຳ Inlet Valve

8)             ກົງຫັນ Turbine

9)             ເຄື່ອງກຳເນີດໄຟຟ້າ Generator

10)         Transformer

11)         Switch yard ຫຼື GIS

5.1  ອ່າງເກັບນໍ້າ (Reservoir)

ອ່າງເກັບນໍ້າ (Reservoir) ເປັນບ່ອນເກັບກັກປະລິມານນໍ້າໄວ້ ເພື່ອໄວ້ໃຊ້ໃນຈຸດປະສົງຕ່າງໆ ໃນການສ້າງອ່າງເກັບນໍ້າ ຕ້ອງໄດ້ອາໃສພູມີປະເທດທາງທຳມະຊາດ ໂດຍທົ່ວໄປການສ້າງເຂື່ອນປິດກັ້ນສາຍນໍ້າຈະສ້າງຢູ່ໃນຮ່ອມພູ, ຮ່ອມຜາເລິກ ແຕ່ມີເນື້ອທີ່ທາງເທິງກ້ວາງ ເພື່ອໃຫ້ໄດ້ອ່າງເກັບນ້ຳຂະໜາດໃຫຍ່.

ອ່າງໂຕ່ງນໍ້າຝົນ (Catchment Area) ແມ່ນພື້ນທີ່ຮັບນໍ້າຝົນທີ່ຕົກລົງມາພື້ນດິນແລ້ວໄຫຼລວມໄປສູ່ອ່າງເກັບນໍ້າ ເຊິ່ງຈະນັບທັັງຮ່ອມພູ, ຮ່ອມຜາ ທີ່ມີແນວລາດຊັນລົງມາຫາອ່າງເກັບນໍ້າ.


5.2  ຕົວເຂື່ອນ (Main Dam)

ເຂື່ອນແມ່ນສີ່ງກໍ່ສ້າງທາງວິສະວະກໍາຢ່າງຫນື່ງ ໂດຍເປັນການສ້າງຝາຍກັ້ນລໍານໍ້າໂດຍກົງ, ເພື່ອກັກເກັບເອົາໄວ້ໃຊ້ເຂົ້າໃນການຜະລິດພະລັງງານໄຟຟ້າ ແລະ ໃຊ້ເຂົ້າໃນຂະແຫນງການຊົນລະປະທານຕ່າງໆ, ເຊິ່ງມີຄວາມສໍາຄັນຫຼາຍຕໍ່ປະເທດຊາດ ເພາະວ່າເຂື່ອນໃຫ້ຜົນປະໂຫຍດຕອບແທນຕໍ່ກັບມວນມະນຸດທັງທາງກົງ ແລະ ທາງອ້ອມເຊັ່ນ: ການຜະລິດກະແສໄຟຟ້າການ ຄົມມະນາຄົມການບໍລິໂພກ-ອຸປະໂພກການບັນເທົາອຸທົກກະໄພການທ່ອງທ່ຽວການຮັກສາ ຄຸນນະພາບນ້ໍາ ແລະ ນອກຈາກນີ້ນໍ້າທີ່ປ່ອຍຈາກກົງຫັນອອກໄປນອກຈາກຜະລິດກະແສໄຟຟ້າແລ້ວ, ຍັງສາມາດນໍາໄປໃຊ້ເປັນປະໂຫຍດເຊັ່ນ: ການຊົນລະປະທານການປະມົງອື່ນໆອີກ.

5.3  ປະຕູລະບາຍນໍ້າລົ້ນ (Spillway Gate)

ຈຸດປະສົງການກໍ່ສ້າງ (Spillway Gate) ແມ່ນເພື່ອຄວບຄຸມລະດັບນ້ຳໜ້າເຂື່ອນໃຫ້ຢູ່ໃນລະດັບທີ່ປອດໄພ ເວລານໍ້າໄຫຼເຂົ້າອ່າງຫຼາຍ,​ ເປັນຕົ້ນແມ່ນລະດູຝົນ ຫາກປີໃດມີຝົນຕົກຫຼາຍ ລະດັບນໍ້າໜ້າເຂື່ອນຫາກຂື້ນສູງເກີນລະດັບຂີດຈໍາກັດຂອງຝາຍກັນນໍ້າຂື້ນໄປ ຈະຕ້ອງໄດ້ລະບາຍອອກທາງ (Spillway Gate) ເພື່ອປ້ອງກັນບໍ່ໃຫ້ນໍ້າລົ້ນຕົວເຂື່ອນ ເຊິ່ງຈະເຮັດໃຫ້ເຂື່ອນເກີດຄວາມເສຍຫາຍ.

5.4  ປະຕູລະບາຍຕະກອນ (Bottom Outlet)

ແມ່ນປະຕູທີ່ໃຊ້ສຳຫຼັບລະບາຍນໍ້າອອກຈາກອ່າງເກັບນໍ້າ ເພື່ອານາໄມອ່າງນໍ້າໜ້າເຂື່ອນ (Cleaned Reservoir) ການອອກແບບກໍ່ສ້າງແມ່ນຈະເຮັດອຸມຸງຄອນກຣິດ (Concrete Empty Tunnel) ຈາກທາງໜ້າເຂື່ອນ (Upstream) ຊອດຫາທ້າຍເຂື່ອນ(Down Stream), ເຊິ່ງທາງປາກຂອງ (Bottom Outlet) ຈະຢູ່ລະດັບຕໍ່າກວ່າປາກຂອງ (Intake Gate).

5.5  ປະຕູນໍ້າເຂົ້າ (Intake Gate)

ເປັນບານປະຕູເຫຼັກທີ່ເລື່ອນ-ລົງໄດ້ ໃຊ້ເພື່ອເປີດ ຫຼື ປິດນໍ້າທີ່ຈະໄຫຼເຂົ້າສູ່ທໍ່ສົ່ງໄປຫາ (Penstock), ການເປີດປະຕູ (Intake Gate) ຈະຕ້ອງເປີດດ້ວຍລະບົບແຮງດັນນໍ້າມັນ (Hydraulic) ແຕ່ວ່າເວລາປິດສ່ວນຫຼາຍແມ່ນອາໃສແຮງໂນ້ມຖ່ວງ (Gravity) ຄື: ຈະຖຶກປ່ອຍໃຫ້ລົງຕາມນໍ້າໜັກຂອງຕົວມັນເອງບໍ່ຕ້ອງໃຊ້ລະບົບນໍ້າມັນ (Hydraulic) ຊ່ວຍ, ເພາະວ່າ (Intake Gate) ຈະຖຶກອອກແບບມາໃຫ້ມີນໍ້າໜັກພຽງພໍຢູ່ແລ້ວ.

5.6  ທໍ່ສົ່ງນ້ຳ (Penstock)

ທໍ່ສົ່ງນ້ຳ ເປັນທໍ່ທີ່ມີຂະໜາດໃຫຍ່, ມີຄວາມແຂງແຮງ ແລະ ມີຄວາມສາມາດຮັບຄວາມດັນຂອງນໍ້າສູງ ທໍາໜ້າທີ່ສົ່ງນ້ຳຈາກອ່າງເກັບນ້ຳ (Reservoir) ໄປຫາກົງຫັນ (Turbine). ໃນການອອກແບບທໍ່ສົ່ງນໍ້າ (Penstock) ຈະຕ້ອງຄຳນຶງເຖິງລະດັບຄວາສູງຂອງນ້ຳ, ຄວາມດັນຂອງນໍ້າທີ່ຈະເພີ່ມຂື້ນໃນກໍລະນີເກີດແຮງກະແທກຂອງນ້ຳ (Water Hammer).

5.7  ໂຮງຈັກ (Powerhouse)

ໂຮງຈັກຂອງເຂື່ອນໄຟຟ້ານໍ້າສ່ວນຫຼາຍຈະເປັນປະເພດເຄິ່ງໃຕ້ດິນ,ໂຮງຈັກໄຟຟ້າ ແມ່ນເປັນບ່ອນຕິດຕາມກວດກາ ແລະ ຄວບຄຸມການຜະລິດລວມເຖິງພາກສ່ວນອື່ນໆຂອງເຂື່ອນ ເຊັ່ນ: ເປັນທີ່ຕັ້ງຂອງ Generator, Turbine ແລະ ລະບົບຊ່ວຍຕ່າງໆ, ລະບົບທໍາຄວາມເຢັນ (Cooling System), ລະບົບປ້ອງກັນ (Protection System), ລະບົບ AVR (Automatic Voltage Regulator System), ລະບົບ Governor, ລະບົບ SCADA (Supervisory Control And Data Acquisition), ການບໍລິຫານຈັດການນໍາ (Water management) ແລະ ຍັງລວມເຖິງຂັ້ນຕອນການແລ່ນຈັກ-ຢຸດຈັກ.

5.8  ວາວປິດ-ເປີດນ້ຳ (Inlet Valve)

ວາວປິດ-ເປີດນ້ຳເຂົ້າ (Inlet Valve) ເປັນ (Valve) ທີ່ໃຊ້ສຳລັບປ່ອຍນໍ້າເຂົ້າຫາເຄື່ອງກົງຫັັນ (Turbine) ຈະຕິດຕັ້ງຢູ່ປາຍທາງຂອງທໍ່ສົ່ງນໍ້າ (Penstock) ຈຸດປະສົ່ງແມ່ນເພື່ອສະດວກໃນເວລາເຂົ້າໄປກວດສອບ ຫຼື ສ້ອມແປງພາກຂອງກົງຫັນ (Turbine), (Inlet Valve) ຈະຊ່ວຍໃນການຫຼຸດປະລີມານນໍ້າຮົ່ວໄຫຼໃນກໍລະນີ (Guide Vane) ປິດບໍ່ສະໜິດ ແລະ ຊ່ວຍໃຫ້ມີຄວາມປອດໄພໃນການຢຸດເຄື່ອງຈັກອີກດ້ວຍ. ດັ່ງນັ້ນ (Inlet Valve) ຈະຕ້ອງມີຂະໜາດໃຫຍ່ ແລະ ແຂງແຮງພໍທີ່ຈະຢຸດນ້ຳ, ແຮງດັນນໍ້າທີ່ມີປະລິມານຫຼາຍໄດ້ ໃນການເປີດ ຫຼື ປິດ (Inlet Valve) ຈະຕ້ອງປິດ-ເປີດດ້ວຍລະບົບແຮງດັນນ້ຳມັນ (Hydraulic)

5.9  ກົງຫັນນໍ້າ (Turbine)

ກົງຫັນນໍ້າ ແມ່ນອຸປະກອນທີ່ແປງພະລັງງານການໄຫຼຂອງນໍ້າ ໃຫ້ປ່ຽນສະພາບໃຫ້ເປັນ ພະລັງງານຮູບແບບອື່ນໆ ເຊັ່ນ: ປ່ຽນພະລັງງານນນ້ໍາໃຫ້ເປັນພະລັງງານກົນ ໂດຍການຫມູນຂອງເພົາ (Shaft) ເປັນອຸປະກອນທີ່ມີກົງຫັນ (Turbine) ຈະມີໃບພັດ (Blade) ເຊິ່ງຖືກຕິດຕັ້ງທີ່ເພົາຫມູນ ແຮງດັນຈະກະທົບທີ່ໃບພັດຂອງກົງຫັນຄວາມໄວຮອບຂອງການຫນູນແມ່ນຂື້ນຢູ່ກັບປະມານນນ້ໍາ ແລະ ແຮງດັນນ້ໍາທີ່ໄຫຼກະທົບໃສ່ໃບພັດຂອງກົງຫັນແລ້ວຈະເກີດແຮງບິດ (Torque) ຈົນເຮັດໃຫ້ ເພົາ (Shaft) ເກີດການຫມູນ (Rotate) ເພື່ອຂັບເຄື່ອນເຄື່ອງກໍາເນີດໄຟຟ້າໃນການຜະລິດໄຟຟ້າ.

ໂດຍທົ່ວໄປ Hydraulic Turbine ແບ່ງອອກເປັນ 2 ຊະນິດຄື: Impulse Turbine ແລະ Reaction Turbine ໃນການເລືອກຊະນິດ Turbine ຕ້ອງເລື່ອກຊະນິດທີ່ອອກແບບໃຫ້ເຫມາະສົມສໍາລັບໂຮງໄຟຟ້າ, ຂື້ນຢູ່ກັບປະລິມານນໍ້າ ທີ່ປ່ຽນແປງໃນແຕ່ລະປີ ຫຼື ລະດັບຄວາມແຕກຕ່າງ ລະຫວ່າງນ້ໍາຫນ້າເຂື່ອນ ແລະ ນໍ້ທ້າຍເຂື່ອນ (ຊ່ວງນ້ໍາຕົກ).

5.10  ປ່ອງປ່ອຍນໍ້າເຂົ້າ (Guide Vane)

        ປ່ອງນໍານໍ້າເຂົ້າ ມີຫນ້າທີ່ຄວບຄຸມປະລິມານນໍ້າເຂົ້າສູ່ Runner ເພື່ອປັບ Power Input ຂອງ Turbine, ຊ່ອງນໍານໍ້າເຂົ້າ ຫຼື Guide Vane ນີ້ຈະຢູ່ດ້ານຫນ້າ Runner ໂດຍມີກ້ານ (Stem) ຂອງ Guide Vane ດ້ານເທິງສວມກັບ Bushing ທີ່ Head Cover ສ່ວນດ້ານລຸ່ມ ສວມຢູ່ກັບ Bushing ທີ່ Bottom Ring ນໍ້າໜັກຂອງ Guide Vane ຖຶກຮອງຮັບດ້ວຍ Thrust Bearing ເຊິ່ງປັບລະດັບໄດ້ຢູ່ເທິ່ງ Head Cover ສ່ວນລະບົບຫຼໍ່ລື້ນມີທັງແບບໃຊ້ຈາລະບີ ແລະ ແບບ Self-Lubrication.

ດ້ານເທິງຂອງກ້ານ Guide Vane ປະກອບມີ Lever ແລະ Link ຕໍ່ເຂົ້າກັບ Operating Ring ມີ Shear Pin ສໍາລັບປ້ອງກັນ Guide Vane ເສຍຫາຍເມື່ອມີວັດຖຸແປກປອມເຊັ່ນ: ໄມ້ ເຂົ້າມາຂວາງຂະນະທີ່ມີການປິດເປີດ, ສ່ວນ Eccentric Pin ໄວ້ເພື່ອປັບຄວາມຍາວຂອງ Linkage, ປັບຄ່າ Clearance ຂອງ Guide Vane ແຕ່ລະໃບ. ໃນປັດຈຸບັນ Guide Vane ໄດ້ຮັບການປັບປຸງໃຫ້ມີປະສິດທິພາບດີຂຶ້ນເປັນຕົ້ນວ່າມີການອອກແບບ Rubber Seal ໄວ້ທີ່ Head Cover ແລະ Bottom Ring ເພື່ອຫຼຸດປະລິມານນໍ້າ Leak ຈາກດ້ານເທີງ ແລະ ລຸ່ມຂອງ Guide Vane ຫຼື ອຸປະກອນ Friction Device ເພື່ອປ້ອງກັນ Guide Vane ສະບັດ ແລະ ຍັງສາມາດຄວບຄຸມ Guide Vane ໄວ້ໄດ້ເມື່ອເກີດກໍ່ລະນີ Shear Pin ແຕ່ລະບານຂາດ, ຮູບຮ່າງລັກສະນະຂອງ Guide Vane ຈະຄ້າຍຄືກັບຫນ້າຕັດຂອງປີກເຄື່ອງບີນ ຄື ມົນທາງຫນ້າ ແລະ ໂຄ້ງລ້ຽວໄປທາງຊ້າຍ ເພື່ອໃຫ້ມີສະພາບເປັນພຽວລົມ (Stream Line) ລັກສະນະຄວາມມົນ ແລະ ໂຄ້ງລ້ຽວນີ້, ຈະຊ່ວຍສູ້ກະແສນ້ໍາໃຫ້ພຸ່ງໄປທີ່ Runner ໂດຍສູນເສຍພະລັງງານ (Energy Loss) ຈາກແຮງຕ້ານ ແລະ ຄວາມພຸ່ງຂອງນໍ້າໃຫ້ຫນ້ອຍທີ່ສຸດ.

5.11  Spiral Case

             Spiral Case ຢູ່ຕໍ່ຈາກ Penstock ມີລັກສະນະຄ້າຍກົ້ນຫອຍ ເຮັດຫນ້າທີ່ຈ່າຍເຂົ້າສູ່ Guide Vane ເຊິ່ງໂດຍຮອບ Spiral Case ທີ່ອອກແບບຕ້ອງມີຂະຫນາດໃຫຍ່ພໍ ທີ່ຈະບໍ່ເຮັດໃຫ້ຄວາມດັນ ຂອງນ້ໍາຫລຸດລົງ ເມື່ອເດີນເຄື່ອງທີ່ Gate ເປີດເຕັມທີ່, ໂດຍທົ່ວໄປ Spiral Case ຈະຈາກເຮັດແຜ່ນເຫຼັກໂຄ້ງຂຶ້ນເຊື່ອມຕໍ່ເຂົ້າກັນ ແລະ ຖ້າ Head ສູງເທົ່າໃດຄວາມຫນາກໍ່ຈະຫຼາຍຂຶ້ນ. ສ່ວນໃນກໍລະນີທີ່ Head ຕໍ່າອາດຈະໃຊ້ Spiral Case ແບບ Concrete ກໍ່ໄດ້.

5.12  ທໍ່ປ່ອຍນໍ້າຖິ້ມ (Draft Tube)

          ເປັນບໍ່ທີ່ຮັບນ້ໍາຫຼັງຈາກຜ່ານ Runner ແລ້ວນໍາອອກໄປປ່ອຍທ້າຍ (Tailrace) ການໄຫຼຂອງນ້ໍາໃນ Draft Tube ມີຄວາມຕ້ອງການທາງດ້ານເທັກນິກຢູ່ 2 ປະການຄື: ບໍ່ໃຫ້ເກີດຄວາມດັນໃນນໍ້າຫຼາຍເກີນໄປ (ອີກຢ່າງຫນື່ງຕ້ອງການໃຫ້ນ້ໍາໄຫຼອອກໄປໂດຍໄວ) ແລະ ບໍ່ໃຫ້ເກີດສູນຍາກາດ (Vacuum) ຫຼາຍເກີນໄປ, ຫມາຍຄວາມວ່າບໍ່ຕ້ອງການໃຫ້ນ້ໍາໄຫຼໄວເກີນໄປ ຈົນນ້ໍາດ້ານຫຼັງໄຫຼຕາມບໍ່ທັນ, ທັງນີ້ກໍ່ເພາະຄວາມດັນທີ່ສູງເກີນໄປນັ້ນ ຈະຫລຸດປະສິດທິພາບຂອງ Turbine, ສ່ວນສູນຍາກາດທີ່ຫຼາຍເກີນໄປ ຈະເຮັດໃຫ້ເກີດການກັດເຊາະ ເຮັດໃຫ້ເກີດ Cavitation ສະນັ້ນ, ໃນການອອກແບບສ້າງ Draft Tube ຈຶ່ງຕ້ອງຄໍານຶງເຖີງທັງ 2 ສິ່ງນີ້ໄປພ້ອມໆກັນເພື່ອໃຫ້ເກີດຜົນດີທີ່ສຸດ.

5.13  ເຄື່ອງຄວບຄຸມກົງຫັນ (Governor)

ໃນປັດຈຸບັນການຄວບຄຸມຄວາມໄວຂອງ Turbine ໃຫ້ມີຄ່າຄົງທີ່ຕາມຄວາມຕ້ອງການນັ້ນ ມີວິທີຄວບຄຸມໂດຍໃຊ້ອຸປະກອນຄວບຄຸມຊຶ່ງແບ່ງອອກເປັນ 3 ຊະນິດຄື:

1.        Fly Weight ຫຼື Centrifugal Governor.

2.        Electro-Hydraulic Governor.

3.        Oil Pressure Governor.

ຊະນິດທີ່ 1 ແລະ 3 ເປັບແບບ Mechanical Hydraulic Governor ສ່ວນຊະນິດທີ່ 2 ເປັນ Electro-Hydraulic Governor ຊຶ່ງສະໄຫມກ່ອນ Governor ສ່ວນໃຫຍ່ຈະເປັບແບບ 1 ແລະ 3 ແຕ່ ໃນປັດຈຸບັນ ນີ້ຕາມເຂື່ອນໄຟຟ້າຕ່າງ ໆທັງພະລັງງານຄວາມຮ້ອນ ແລະ ພະລັງງານນນ້ໍາໄດ້ປ່ຽນມາໃຊ້ Governor ແບບ Electro-Hydraulic Governor ເພາະມີການ ຕອບສະຫນອງ ແລະ ຄວບຄຸມ Load ໄດ້ຕາມຄວາມຕ້ອງການ.

5.14  ເຄື່ອງກຳເນີດໄຟຟ້າ (Generator)

ເຄື່ອງກຳເນີດໄຟຟ້າແມ່ນເຄື່ອງທີ່ເຮັດໜ້າທີ່ປ່ຽນພະລັງງານກົນ ມາເປັນພະລັງງານໄຟຟ້າ ໂດຍອາໃສຫຼັກການໜ່ຽວນຳຂອງສະໜາມແມ່ເຫຼັກເຄື່ອນທີ່ຜ່ານຕົວນຳ ເມື່ອມີໄຟຟ້າກະແສກົງ (Direct Current) ໄປກະຕຸ້ນໃຫ້ຂົ້ວແມ່ເຫຼັກໄຟຟ້າໃນ (Rotor Pole) ຈະສ້າງສະໜາມແມ່ເຫຼັກໄຟຟ້າຂື້ນ ເມື່ອມີການໝູນໃນແກນ (Rotor) ກໍ່ຈະສົ່ງຜົນໃຫ້ເກີດແຮງດັນໄຟຟ້າໜ່ຽວນໍາຂື້ນທີ່ຂົດລວດ (Stator) ທີ່ມີລັກສະນະເປັນຄື່ນ ເຊິ່ງກໍ່ຄືແຮງດັນໄຟຟ້າກະແສສະຫຼັບນັ້ນເອງ.

1. Stator: ຈະແບ່ງອອກເປັນຫຼາຍໆສ່ວນເພື່ອສະດວກຕໍ່ການຂົນສົ່ງມົດລວດ Stator ຈະປະກອບດ້ວຍລວດທອງແດງຫຸ້ມສະຫນວນພັນເປັນລົດຮູບສີ່ແຈສາກແລ້ວຫຸ້ມດ້ວຍໃຍແກ້ວເຊີ່ງ ເປັນສະຫນວນໄຟຟ້າແລ້ວເຄືອບດ້ວຍສານສັງເຄາະ (Synthetic Resin) ອີກເທື່ອຫນຶ່ງ, ໃນຂະນະທີ່ເດີນເຄື່ອງຈ່າຍກະແສໄຟຟ້າຄວາມຮ້ອນທີ່ເກີດຂຶ້ນຈະຖືກລະບາຍຜ່ານ Air Cooler ເຊິ່ງຕິດຕັ້ງໄວ້ອ້ອມໆ Stator ໂດຍມີນໍ້າໄຫຼວຽນພາຍໃນ, ເພື່ອດຶງຄວາມຮ້ອນອອກໄປເຊິ່ງ Stator Winding ພັນແບບ Two Layer Transposed Type Wave Winding. ສະນວນເປັນແບບ “B” ເຊິ່ງທົນຄວາມຮ້ອນໄດເຖິງ 130°C, ແຕ່ສໍາລັບເຄື່ອງກໍາເນີດໄຟຟ້າທີ່ເຂື່ອນໄຟຟ້າໃນ ສ.ປ.ປ ລາວ ແມ່ນກໍານົດ Maximum Operating Temperature (Alarm) ໄວ້ 100°C ແລະ ເຄື່ອງຢຸດ (Trip) ທີ່ 110°C ອຸນນະພູມການເຮັດວຽກປົກກະຕິຂອງເຄື່ອງຄວນຈະຢູ່ໃນລະຫວ່າງ 70°C ເຖີງ 90°C.

    2. Rotor: ປະກອບດ້ວຍແຜ່ນເຫຼັກບາງໆປະສົມຊິລິຄອນ (Lamination) ອັດແໜ້ນວາງຊ້ອນກັນເປັນຊັ້ນໆ ມີໜ້າທີ່ສ້າງທົ່ງແມ່ເຫຼັກ ໂດຍຈະມີເພົາ (Shaft) ຕໍ່ກັບເພົາຂອງ (Turbine) ເມື່ອ (Turbine) ໜູນ (Rotor) ກໍ່ຈະໜູນດ້ວຍຄວາມໄວຮອບເທົ່າກັນ. (Rotor) ຈະມີຂົ້ວແມ່ເຫຼັກ, ເຊິ່ງໄຟກະແສຕົງຈາກ (Main Exciter) ຈະໄຫຼໄປປ້ອນໃຫ້ (Field Coil) ທັງ 22 ຂົ້ວ ເຮັດໃຫ້ເກີດເສັ້ນແຮງແມ່ເຫຼັກຂື້ນ ແລະ ໃນເວລາທີ່ (Rotor) ໝູນ ເສັ້ນແຮງແມ່ເຫຼັກຈະຕັດກັບ (Winding Stator) ເຮັດໃຫ້ເກິດກະແສໄຟຟ້າຂື້ນໃນ (Stator).

5.15  ໝໍ້ແປງກຳລັງ (Main Transformer)

ໝໍ້ແປງກຳລັງເປັນອຸປະກອນທີ່ໃຊ້ປ່ຽນແຮງດັນໄຟຟ້າກະແສສະຫຼັບ (AC) ໃຫ້ມີຄ່າເພີ່ມຂື້ນ ຫຼື ຫຼຸດລົງ ເຊິ່ງຖືວ່າເປັນອຸປະກອນທີ່ມີຄວາມສຳຄັນຢ່າງໜຶ່ງໃນເຂື່ອນໄຟຟ້າເນື່ອງຈາກແຮງດັນ (Voltage) ທີ່ເຄື່ອງກຳເນີດໄຟຟ້າຜະລິດໄດ້ຍັງບໍ່ເໝາະສົມສຳລັບສາຍສົ່ງແຮງສູງ ຫຼື ອຸປະກອນໄຟຟ້າໃນເຂື່ອນໄຟຟ້າ ດັ່ງນັ້ນເຮົາຈິ່ງຕ້ອງເພີ່ມແຮງດັນທີ່ເຄື່ອງຜະລິດໃຫ້ເປັນ     11/115 kV ຕາມທີ່ຕ້ອງການ

5.16  GIS (Gas insulation switchgear)

GIS: ຈະເປັນອຸປະກອນທີ່ລວມເອົາທັງ ຫມົດຂອງພາກສ່ວນທີ່ຢູ່ສະຖານີລວມໄວ້ຢູ່ບ່ອນດຽວກັນ ຫຼື ອາດຈະແຍກສ່ວນອອກ ເຊັ່ນ ແມ່ນຈະແຍກອອກພາກສ່ວນທີ່ຢູ່ພາຍໃນ ແລະ ພາກສ່ວນທີ່ຢູ່ພາຍນອກ.

    1. ພາກສ່ວນຢູ່ໃນ: ຈະປະກອບມີ ພາກສ່ວນທີ່ໃຊ້ໃນການຕັດຕໍ່ວົງຈອນໂດຍສະເພາະແມ່ນ CB, DS, ES, FES ແລະ Bus ເປັນຕົ້ນ.

    2. ພາກສ່ວນຢູ່ໃນ: ຈະປະກອບມີ LA, CT, PT.

5.17  ສາຍສ່ົ່ງ Transmission Line

ແມ່ນມີຫນ້າທີ່ສົ່ງພະລັງງານໄຟຟ້າຈາກບ່ອນຜະລິດ ຫາບ່ອນຈໍາຫນ່າຍ (Substation) ເພື່ອຈໍາຫນ່າຍສູ່ຜູ້ຊົມໃຊ້ຕໍ່ໄປ.