ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

Relay ແມ່ນຫຍັງ?

     Relay ແມ່ນອຸປະກອນໄຟຟ້າຊະນິດໜຶ່ງເຮັດທໍາໜ້າທີ່ຕັດ-ຕໍ່ວົງຈອນໄຟຟ້າແບບດຽວກັບ Switching  ໂດຍໃຊ້ແມ່ເຫຼັກໄຟຟ້າເປັນຕົວດຶງດູດເພື່ອຂັບເຄື່ອນໜ້າສໍາພັດ Contact ໃຫ້ຕິດກັນ, ການທີ່ຈະເຮັດໃຫ້ Relay ທໍາງານໄດ້ກໍ່ຕ້ອງໄດ້ຈ່າຍໄຟໃຫ້ກັບຊຸດ Coil ຕາມຄ່າແຮງດັນທີ່ກໍາໜົດໄວ້ໃນໜ່ວຍຂອງ Relay ນັ້ນ, ເມື່ອຈ່າຍໄຟຟ້າໃຫ້ກັບຊຸດ Coil ຂອງ Relay ມັນກໍ່ຈະເຮັດໃຫ້ເກີດສະໜາມແມ່ເຫຼັກດຶງດູດເຮັດໃຫ້ໜ້າສໍາພັດ Contact ຈາກທີ່ເປັນ N.O (Normally Open) ກໍ່ຈະຕິດກັນກາຍເປັນ N.C (Normally Close) ແລະ ຊຸດໜ້າສໍາພັດ Contact ທີ່ເປັນ N.C (Normally Close) ກໍ່ຈະບໍ່ຕິດກັນກາຍເປັນ N.O (Normally Open), ເຊິ່ງ Relay ຈະມີຫຼາຍປະເພດຕັ້ງແຕ່ Relay ຂະໜາດນ້ອຍທີ່ໃຊ້ໃນວຽກງານອີເລັກໂຕນກ Electronic ທົ່ວໄປ ຈົນເຖິງ Relay ຂະໜາດໃຫຍ່ທີ່ໃຊ້ໃນວຽກງານໄຟຟ້າແຮງສູງ ໂດຍຈະມີຮູບຮ່າງລັກສະນະແຕກຕ່າງກັນໄປ, ແຕ່ຈະມີຫຼັກການທໍາງານທີ່ຄ້າຍຄືກັນ.


🔆ສ່ວນປະກອບພາຍໃນຂອງ Relay

        ພາຍໃນຂອງ Relay ຈະປະກອບດ້ວຍຂົດລວດ Coil ແລະ ໜ້າສໍາພັດ Contact.

    ➤ ໜ້າສໍາພັດ N.C (Normally Close) ເປັນໜ້າສໍາພັດປົກະຕິປິດ ໂດຍສະພາວະປົກະຕິໜ້າສໍາພັດນີ້ແມ່ນຈະຕິດກັນ, ກໍ່ຄືວົງຈອນຕໍ່ກັນຢູ່.
    ➤ ໜ້າສໍາພັດ N.O (Normally Open) ເປັນໜ້າສໍາພັດປົກະຕິເປີດ ໂດຍສະພາວະປົກະຕິໜ້າສໍາພັດນີ້ແມ່ນຈະບໍ່ຕິດກັນ, ກໍ່ຄືວົງຈອນຈະບໍ່ຕໍ່ກັນ.
    ➤ COM (Common)  ເປັນຂາທີ່ຖືກໃຊ້ງານຮ່ວມກັນລະຫວ່າງ N.C ແລະ N.O ຂື້ນຢູ່ກັບວ່າໃນຂະນະນັ້ນມີກະແສໄຟຟ້າໄຫຼຜ່ານ ຫຼື ບໍ.
      ໜ້າສໍາພັດ Contact ຈະຖືກແຍກປະເພດຕາມຈໍານວນ  Pole ແລະ ຈໍານວນ Throw ເຊິ່ງຈໍານວນ Pole ກໍ່ຄື  S.P (Single Pole), D.P (Double Pole), 3P (Triple Pole) ອື່ນໆ... ເຊິ່ງຈະບອກເຖິງຈໍານວນວົງຈອນທີ່ຈະປິດ-ເປີດ ຫຼື ຈໍານວນຂາ COM ນັ້ນເອງ ແລະ ຈໍານວນ Throw (TS, TD) ຈະບອກເຖິງຕົວເລືອກຂອງ Pole ຕົວຢ່າງ: SPST (Single pole Single Throw) ດັ່ງຮູບຕໍ່ໄປນີ້:

        ຄວາມໝາຍ:


        SPST ຄວາມໝາຍແມ່ນ Single Pole Single Throw ສາມາດຂຽນສັນຍາລັກແບບນີ້
        SPDT ຄວາມໝາຍແມ່ນ Single Pole Double Throw ສາມາດຂຽນສັນຍາລັກແບບນີ້
        DPST ຄວາມໝາຍແມ່ນ Double Pole Single Throw ສາມາດຂຽນສັນຍາລັກແບບນີ້
        DPDT ຄວາມໝາຍແມ່ນ Double Pole Double Throw ສາມາດຂຽນສັນຍາລັກແບບນີ້

🔆 ການທໍາງານຂອງ Relay

    ເມື່ອມີກະແສໄຟຟ້າໄຫຼຜ່ານຂົດລວດ Coil ຈະເຮັດໃຫ້ຂົດລວດເກີດສະໜາມແມ່ເຫຼັກໜ່ຽວນໍາດຶງດູດ, ເຮັດໜ້າທີ່ເປັນຄືແມ່ເຫຼັກໄຟຟ້າ, ສົ່ງຜົນເຮັດໃຫ້ຂາ COM ທີ່ເຊື່ອມຕໍ່ຢູ່ກັບໜ້າສໍາພັດ N.C ຍ້າຍໄປສໍາພັດກັບໜາສໍາພັດ N.O ແທນດັ່ງຮູບຂ້າງລຸ່ມນີ້:


🔆 ການຄ່າຄຸນສົມບັດຂອງ Relay

     ໃນການນໍາ Relay ໄປປະຍຸກໃຊ້ງານຕົວຈິງເຮົາຕ້ອງຮູ້ຄຸນສົມບັດຂອງໜ່ວຍ Relay ໜ່ວຍນັ້ນກ່ອນວ່າໃຊ້ກັບໄຟກະແສສະຫຼັບ AC (Alternating Current) ຫຼື ໄຟກະແສກົງ DC (Direct Current), ສາມາດຮອງຮັບແຮງດັນໄຟຟ້າ ແລະ ກະແສໄຟຟ້າເທົ່າໃດ, ໃຊ້ກະແສໄຟຟ້າໃນການທໍາງານເທົ່າໃດ?
        1. ແມ່ນຍີ້ຫໍ້, ລຸ້ນຂອງຜູ້ຜະລິດ (Brand) ລວມທັງສັນຍາລັກມາດຕະຖານຕ່າງໆ.
        2. ແມ່ນລາຍລະອຽດຂອງໄຟຟ້າກະແສສະຫຼັບທີ່ສາມາດຮອງຮັບການທໍາງານໄດ້ (VAC).
        3. ແມ່ນລາຍລະອຽດຂອງໄຟຟ້າກະແສສະຫຼັບທີ່ສາມາດຮອງຮັບການທໍາງານໄດ້ (VDC).
        4. Module ລະດັບແຮງດັນຂອງຂົດລວດ, ຊະນິດ ແລະ ໂຄງສ້າງຂໍ້ມູນດ້ານ Coil Sensitivity.
        ຄຸນສົມບັດແບບລະອຽດສາມາດເບິ່ງໄດ້ນໍາຕາຕະລາງຂ້າງລຸ່ມນີ້:
      ຈາກຕາຕະລາງຂ້າງເທິງສາມາດສະຫຼຸບໄດ້ດັ່ງນີ້: Relay ເປັນຍີ້ຫໍ້:  Songle Relay, Model : SRD ຮອງຮັບການທໍາການແຮງດັນກະແສສະຫຼັບ AC (Alternating Current) ຢູ່ທີ 240VAC/10A ຫຼື 225VAC/10A, ພ້ອມທັງຮອງຮັບແຮງດັນໄຟຟ້າກະແສກົງ DC (Direct Current) ຢູ່ທີ່ 28VDC/10A ແລະ ຂົດລວດສາມາດຮັບແຮງດັນໄດ້ 5V, ໂຄງສ້າງຂອງ Relay ເປັນແບບປິດສະນິດ ມີຄ່າຄວາມໄວຕອບສະໜອງຂອງຂົດລວດຢູ່ທີ 0.36W ໜ້າສໍາພັດເປັນແບບ SPST.