ສະບາຍດີທຸກທ່ານທີ່ເຂົ້າມາຊົມເວັບໄຊທ໌ຂອງພວກເຮົາ, ພວກເຮົາຈະພະຍາຍາມຊອກຫາຄວາມຮູ້ມາຝາກທ່ານຕະຫຼອດເວລາ ຖ້າທ່ານມີຄໍາປຶກສາກະລຸນາຕິດຕໍ່ເບີໂທນີ້ 020 56923956

ການເດີນສາຍໄຟຟ້າດ້ວຍລາງວາຍເວ

 1. ການເດີນສາຍໄຟຟ້າດ້ວຍລາງວາຍເວ (PVC)

     ການເດີນສາຍດ້ວຍລາງພີວີຊີ  ຫຼື ເຮົາຈະເອີ້ນອີກຢ່າງໜຶ່ງວ່າ "ລາງວາຍເວ" ລາງຈະມີຂະໜາດກ້ວາງປະມານ 1,5 Cm ຂຶ້ນໄປ ໃນປະຈຸບັນມີຊະນິດສີເທົາ ແລະ ສີຂາວ ການຕິດຕັ້ງຈະປະຕິບັດໄດ້ງ່າຍ  ໃນເມື່ອມີການຕິດຕັ້ງເພີ່ມເຕີມເລັກໆນ້ອຍໆ  ສາຍໄຟທີ່ໃຊ້ກັບລາງວາຍເວເປັນສາຍດ່ຽວ ມີລາຄາຖືກກວ່າ.

    ການຕິດຕັ້ງສາມາດປະຕິບັດໄດ້ງ່າຍ ດ້ວຍການຕັດລາງວາຍເວ ໃຫ້ໄດ້ຄວາມຍາວພໍດີຈາກນັ້ນເປີດຝາຂອງມັນອອກດ້ວຍມື ຫຼື ໄຂຄວງແປ ຈະສັງເກດເຫັນໃນໂຕຂອງລາງຈະມີຮູເຈາະໄວ້ແລ້ວ (ຖ້າບໍ່ມີເຮົາສາມາດເຈາະເອງໄດ້) ໃຊ້ສຳລັບຈັບນ໋ອດ. ກໍລະນີເປັນຝາຄອນກຣີດ (ຝາຊີມັງ) ຈະຕ້ອງເຈາະຝາແລ້ວໃສ່ດອນຢາງເພື່ອຫັນນ໋ອດຈັບລາງວາຍເວ. ຈາກນັ້ນກໍ່ໃສ່ສາຍໄຟລົງໄປແລ້ວປິດຝາໂດຍໃຊ້ມືເນ້ນແຮງໆ ບໍ່ຈຳເປັນໃຊ້ອຸປະກອນອື່ນໆຊ່ວຍ. ເບິ່ງແລ້ວສວຍງາມກ່ວາ ການເດີນສາຍດ້ວຍກິບຮັດສາຍ ສຳລັບການຕໍ່ແຍກ ຫຼື ການຫັກມູມຈະມີອຸປະກອນສະເພາະ ແຕ່ການຫາຊື້ຍາກ ໃນທາງປະຕິບັດງານຕົວຈິງເຮັດໄດ້ໂດຍການຕັດລາງວາຍເວໃຫ້ເປັນມູມ 45ºC ແລ້ວແຕ່ການຕໍ່ແຍກ

  
   

ຮູບທີ: 1 ຮູບລາງພີວີຊີ (ລາງວາຍເວ) ດອນຢາງ ແລະ ນ໋ອດຂະໜາດຕ່າງໆ
ຄຸນສົມບັດຂອງລາງວາຍເວ :

  • ລາງວາຍເວຊະນິດຫັນນ໋ອດສາມາດໃຊ້ໄດ້ກັບວຽກງານຕິດຕັ້ງລະບົບສາຍໄຟ ຫຼື ສາຍໂທລະສັບພາຍໃນອາຄານ ຫຼື ນອກອາຄານ ເພິ່ນນິຍົມໃຊ້ໃນການເດີນສາຍໄຟຟ້າໃນໂຮງງານອຸດສາຫະກຳ.
  • ຕິດຕັ້ງງ່າຍສະດວກວ່ອງໄວ ແລະ ສາມາດວາງສາຍໄດ້ເປັນຈຳນວນຫຼາຍສາຍ ເປີດຝາເພື່ອສ້ອມແປງ ຫຼື ແກ້ໄຂເພີ່ມໄດ້ງ່າຍ ເເຮັດດ້ວຍແຜ່ນຫຼັກ ຫຼື ຢາງ. 
  • ມີທັງຂະໜາດມາດຕະຖານຍາວ 1200 mm ຫຼື 2400 mm ແລະ ສັງໄດ້ທຸກຂະໜາດຄວາມຍາວ ຄວາມໜາ ຫຼື ສີໄດ້ຕາມຄວາມຕ້ອງການ.

​ຊະ­ນິດ​ຂອງ​ລາງ​ວາຍ​ເວ : ມີຫຼາຍຊະນິດ ແລະ ມີຫຼາຍຂະໜາດແຕກຕ່າງກັນ ໂດຍທົ່ວໄປສ່ວນຫຼາຍຈະນິຍົມແບບນີ້ :

  1. ລາງ​ວາຍ​ເວ​ດັກ​ແບບ​ໂຄ້ງຄວາມ​ຍາວ​ເສັ້ນ​ລະ 2 m ມີ​ຂະ­ໜາດ : 30 x 30mm, 40 x 40mm, 40 x 60mm, 60 x 60mm.
  2. ລາງ​ວາຍ​ເວ​ດັກ​ແບບ​ທີບຄວາມ​ຍາວ​ເສັ້ນ​ລະ 2 m ມີ​ຂະ­ໜາດ : 30 x 30mm, 40 x 40mm, 40 x 60mm, 60 x 60mm.
  3. ລາງ​ວາຍ​ເວ​ພີ​ວີ​ຊີຄວາມ​ຍາວ​ເສັ້ນລະ 2 m ມີ​ຂະໜາດ 50 x100mm,100 x 100mm.
  4. ລາງ​ສາຍ​ໄຟ​ແບບ​ໂຄ້ງຄວາ​ມຍາວ​ເສັ້ນ​ລະ 1 m ມີ​ຂະ­ໜາດ​ : ຄວາມ​ກ້​ວາງ 20mm, 30mm, 40mm, 50mm, 60mm, 70mm.
ລະ­ບົບ​ຂໍ່​ຕໍ່ລາງວາຍເວມີດັ່ງນີ້:


ຮູບທີ: 2 ສະແດງລະບົບຂໍ້ຕໍ່ລາງວາຍເວ

2. ການ​ເດີນ​ສາຍ​ໄຟ­ຟ້າ​ດ້ວຍ​ລາງ​ພີ​ວີ​ຊີ (ລາງ​ວາຍ​ເວ) ເທິງ​ຝາ​ພຽງ

    ໃນການເດີນສາຍໄຟຟ້າໃນລາງວາຍເວ ເຮົາຄວນລີດສາຍໃຫ້ຊື່ ແລ້ວຈັດວາງສາຍໃສ່ໃນລາງໃຫ້ລະອຽດ, ຈາກນັ້ນໃຊ້ຝາປິດສົ້ນໜຶ່ງແລ້ວດັນລາງເຂົ້າກັນໂດຍໃຊ້ຫົວໂປ້ມືດັນ, ຫຼັງຈາກນັ້ນໃຫ້ໄລ່ດັນຕາມລາງໃຫ້ເຂົ້າພໍດີສວຍງາມ ແລະ  ເຮົາຄວນຈົ່ງສາຍໄຟເຫຼືອໄວ້ພົ້ນຈາກປາຍລາງວາຍເວຍາວປະມານ 30 Cm ເພຶ່ອໃຫ້ເຮົາສາມາດຕໍ່ກັນໄດ້.

ຮູບທີ: 3 ການເດີນສາຍໄຟຟ້າ ແລະ ການເຂົ້າລາງວາຍເວ

3. ການ​ຕໍ່​ແຍກ ແລະ ການ​ເອົາ​ລ່ຽມ​ສາກ

-           ໃນ​ກໍ­ລະ­ນີ​ຈະ​ເຮັດ​ມູມ​ສາກ ແຕ່​ບໍ່​ສາ­ມາດ​ຈັດ​ຫາ​ໂຕ​ຕໍ່​ສາກ​ໄດ້ ໃຫ້​ໃຊ້​ວິ­ທີ​ຕໍ່​ລາງ​ເດີນ​ສາຍ​ເປັນ​ມູມ 45ºC ແລ້ວ​ປະ­ກອບ​ເຂົ້າ​ດ້ວຍ​ກັນດັ່ງຮູບລຸ່ມນີ້: 

ຮູບທີ: 4 ການຕໍ່ລາງວາຍເວແບບມູມສາກ

4. ການ​ຕິດ​ຕັ້ງ​ລາງ​ເດີນ​ສາຍ​ເມື່ອ​ຮອດ​ບ໋ອກ​ກົງ​ຕັກ (ສະ​ວິກ) ຫຼື ບ໋ອກ​ເຕົ້າ​ປັກ​ສຽບ

    ເຮົາຕ້ອງເຈາະຮູກ໋ອງລອຍ, ບ໋ອກບັກສຽບ, ກະດານໄຟອື່ງໆ ໃຫ້ພໍດີກັບຂະໜາດຂອງລາງວາຍເວທີ່ເຮົາໃຊ້ເດີນສາຍໄຟມາ, ຫຼັງຈາກນັ້ນໃຫ້ໃຊ້ເລື່ອຍສົ້ນຂອງລາງໃຫ້ພໍດີກັບແ, ກະດານໄຟ ແລ້ສເຮົາກໍ່ຈັບກ໋ອງລອຍ ຫຼື ບ໋ອກບັກສຽບ, ກະດານໄຟໃຫ້ຕິດກັບຝາຊີມັງດ້ວຍນ໋ອດ ໂດຍດັດແປງໃຫ້ມີຄວາມເໝາະສົມ, ສວຍງາມ.

ຮູບ​ທີ: 5 ຮູບ​ສະ­ແດງ​ການ​ເຂົ້າ​ລາງ​ວາຍເວ​​ກັບ​ກ໋ອງລອຍ, ບ໋ອກ​ປັກ​ສຽບ

5. ການ​ຕໍ່​ແຍກ​ຍ​ສາຍ​ດ້ວຍກ໋ອງແຈກ ຫຼື ກັບ​​ຕໍ່​ແຍກ​ສາຍ

ກັບ​ຕໍ່​ແຍກ ຫຼື ກ໋ອງແຈກ ຈະ​ໃຊ້​ກັບ​ສຳ­ລັບ​ຕໍ່ສາຍຈຸ້ມກັນ ໂດຍທົ່ວໄປເຮົາຈະເດີນສາຍໄຟຈຸດດອກໄຟ, ພັດລົມ, ເຄື່ອງໃຊ້ຕ່າງເຂົ້າມາຫາກັບ​ຕໍ່​ແຍກ ຫຼື ກ໋ອງແຈກ ເພື່ອການເດີນສາຍໃນໄລຍະໄກ ເຮົາຕ້ອງມາຕໍ່ຢູ່ກັບ​ຕໍ່​ແຍກ ຫຼື ກ໋ອງແຈກນີ້. ໃນການຕໍ່ສາຍໄຟເຮົາຕ້ອງຕໍ່ໃຫ້ຖຶກຕ້ອງ ໂດຍກຳນົດສີຂອງສາຍໄຟ, ເຮົາອາດຈະໃຊ້ "ວາຍນັດ (Wire Nut)" ຫຼື ໃຊ້ຄີມພັນສາຍເຂົ້າກັນແລ້ວໃຊ້ເທັບຄຽນສາຍກໍ່ໄດ້, ເມື່ອ​ຕໍ່​ສາຍ​ແລ້ວ​ຕ້ອງ​ປິດ​ຝາ​ໃຫ້​ຮຽບ­ຮ້ອຍ ກັບ​ນີ້​ຍັງ​ເໝາະ​ທີ່​ຈະ​ໃຊ້​ເປັນ​ອຸ­ປະ­ກອນ​ສຳ­ລັບ​ການ​ຕໍ່​ແຍກ​ລາງ​ເດີນ​ສາຍ​ໄຟ.


ຮູບ​ທີ: 6 ຮູບ​ສະ­ແດງ​ການ​ຕໍ່​ສາຍ​ໃນ​ກັບ​ຕໍ່​ແຍກ ຫຼື ກ໋ອງແຈກ

ການ​ເດີນ​ລາງ​ວາຍ​ເວ ກໍ່​ສາ­ມາດ​ເດີນ​ໃນ​ຝາ​ໄມ້ ແລະ ຝາ­ຊີ​ມັງໄດ້.

 

ຮູບ​ທີ: 7 ຮູບ​ສະ­ແດງການ​ເດີນ​ລາງ​ວາຍ​ເວ